
ເລຂາທິການໃຫຍ່,ປະທານປະເທດລາວຕີລາຄາສູງໝາກຜົນການຮ່ວມມື
ລະຫວ່າງ2ຄະນະໂຄສະນາສຶກສາສູນກາງພັກ 2ປະເທດ
ວັນທີ 23/12, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ນະທີ່ນີ້, ທ່ານ ຫວໍວັນເຖືອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງໃນທຸກໆຂົງເຂດ ແລະ ຢັ້ງຢືນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບລາວ ປົກປັກຮັກສາ ແລະ ເພີ່ມພຸນຄຸນສ້າງການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.ລະຫວ່າງ2ຄະນະໂຄສະນາສຶກສາສູນກາງພັກ 2ປະເທດ
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືລະຫວ່າງ ຄະນະໂຄສະນາສຶກສາສູນກາງພັກຂອງ 2 ປະເທດໃນໄລຜ່ານມາ ແລະ ສະເໜີໃຫ້ ຄະນະໂຄສະນາສຶກສາສູນກາງພັກຂອງ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕະກຳຕົວຈິງໃນການຮ່ວມມືບຳລຸງສ້າງພະນັກງານ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານກໍ່ສ້າງພັກ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.
(ແຫຼ່ງຄັດຈາກ VOV)