• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາຄະນະພັກນະຄອນຮ່າໂນ້ຍ: ຍົກລະດັບຄວາມສ່ຽງໃນແຜນການຕ້ານໂລກລະບາດໂຄວິດ-19

      ຮ່າໂນ້ຍ ໄດ້ຍົກລະດັບຄວາມສ່ຽງໃນແຜນການຕ້ານໂລກລະບາດໂຄວິດ-19 ຂອງທົ່ວນະຄອນ ແລະ ຈັດຕັ້ງການຝືກຊ້ອມການເຄື່ອນໄຫວໃນທັນທີ ເພື່ອບໍ່ໃຫ້ຖືກຕົກເຂົ້າສູ່ທ່າຮັບໃນທຸກສະພາບການ.
ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ
(ພາບ: nld.com.vn)
      ເມື່ອແລກປ່ຽນກັບສື່ມວນຊົນໃນວັນທີ 22 ກໍລະກົດ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໃຫ້ຮູ້ວ່າ, ຮ່າໂນ້ຍ ໄດ້ຍົກລະດັບຄວາມສ່ຽງໃນແຜນການຕ້ານໂລກລະບາດໂຄວິດ-19 ຂອງທົ່ວນະຄອນ ແລະ ຈັດຕັ້ງການຝືກຊ້ອມການເຄື່ອນໄຫວໃນທັນທີ ເພື່ອບໍ່ໃຫ້ຖືກຕົກເຂົ້າສູ່ທ່າຮັບໃນທຸກສະພາບການ. ລະອຽດແມ່ນ, ທາງນະຄອນ ຮ່າໂນ້ຍ ສືບຕໍ່ກຳນົດໜ້າທີ່ບຸລິມະສິດແຖວໜ້າແມ່ນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຕັດສິນໃຈປົກປ້ອງນະຄອນຫຼວງ ບໍ່ປະໃຫ້ໂລກລະບາດແຜ່ລະບາດຢ່າງຮ້າຍແຮງ. ສຸມໃສ່ບັນດາໜ້າທີ່, ຈຸດສຸມໃນຕໍ່ໜ້າແມ່ນ ຕາມຫາ, ແຍກຕົວບັນດາກໍລະນີ F0 ທີ່ແຜ່ອອກສູ່ຊຸມຊົມໃຫ້ໄດ້; ດັບມອດເຂດແຜ່ລະບາດໂລກລະບາດໃໝ່ໂດຍໄວ, ບໍ່ປະໃຫ້ຖືກແຜ່ຂະຫຍາຍອອກສູ່ວົງກວ້າງ. ປະຕິບັດການຈັດຕັ້ງການແຍກຕົວລວມໝູ່ສຳລັບທຸກຄົນທີ່ກັບມາຈາກທ້ອງຖິ່ນທີ່ເກີດໂລກລະບາດ ທີ່ພວມປະຕິບັດການແຍກຫ່າງສັງຄົມຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top