• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບ ປະທານສະພາແຫ່ງຊາດ ລາວ


ທ່ານ ດິງລາ​ທັງເລຂາຄະ​ນະ​ພັກ​ນະຄອນ​ໂຮ່ຈີ​ມິນຕ້ອນຮັບ
ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ ສປປ ລາວ
      ​ໃນ​ຂອບ​ເຂດ​ການ​ຢ​້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ຄ່ຳ​ວັນ​ທີ 09/03 ທ່ານ ດິງລາ​ທັງ ​ເລຂາຄະ​ນະ​ພັກ​ນະຄອນ​ ​ໂຮ່ຈີ​ມິນ ​ໄດ້​ຕ້ອນຮັບ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ ສປປ ລາວ. ນະ​ທີ່​ນີ້, ທ່ານ ດິງລາ​ທັງ ​ເລຂາຄະ​ນະ​ພັກ​ນະຄອນ​ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ ນະຄອນ​ໂຮ່ຈີ​ມິນ ມີ​ແຜນ​ນະ​ໂຍບາຍ​ພັດທະນາ​ການ​ພົວພັນ​ກັບ ລາວ ​ເວົ້າ​ລວມ, ກໍ່​ຄື​ນະຄອນຫລວງ ວຽງ​ຈັນ ​ແລະ ບັນດາ​ທ້ອງ​ຖິ່ນ​ຕ່າງໆຂອງ ລາວ ​ເພື່​ອ​ແນ​ໃສ່​ປະກອບສ່ວນ​ເຮັດໃຫ​້​ອາລົມ​ຈິດມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ ​ເລິກ​ເຊິ່ງກ່ວາ​ອີກ.
        ສ່ວນ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ກໍ່ຢືນຢັນ​ວ່າ ​ໃນ​ຖານະ​ຕຳ​​ແໜ່​ງຂອງ​ຕົນ ທ່ານ​ນາງຈະ​ສືບ​ຕໍ່​ຊຸກຍູ້ການ​ປະຕິບັດບັນດາ​ໂຄງການ​ລະຫວ່າງ​ 2 ລັດຖະບານ, ກໍ່​ຄື​ບັນດາ​ໂຄງການ​ລະຫວ່າງ​ນະຄອນຫລວງ ວຽງ​ຈັນ ​ແລະ ທ້ອງ​ຖິ່ນ​ອື່ນໆ​ຂອງ ລາວ ກັບນະຄອນ ​ໂຮ່ຈີ​ມິນ ​​ໃຫ້ມີ​ປະ​ສິດ​ທິຜົນ​ທີ່​ສຸດ.
     ທີ່​ການ​ເຮັດ​ວຽກ, ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ກໍ່​ແຈ້ງ​ໃຫ້ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ໂຄງ​ປະກອບ​ການ​ຈັດ​ຕັ້ງກົງຈັກ ​ແລະ ບົດບາດ​ໜ້າ​ທີ່​ຂອງ​ສະພາ​ປະຊາຊົນ, ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງຂອງ​ນະຄອນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top