• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເມືອງເກາະຫຼີເຊີນຈັດຕັ້ງພິທີໄຫວ້ບູຊາອາໄລຫາທະຫານເຈື່ອງຊາ


ພິ​ທີ​​ໄຫວ້ບູ​ຊາ​ອາ​ໄລ​ຫາ​ທະ​ຫານ​ເຈື​່ອງ​ຊາຢູ່​ຕາ​ແສງ ອານ​ຫາຍ
 
      ຕອນ​ເຊົ້າ​ວັນ​ທີ 2/4 (ກົງ​ກັ​ບ​ວັນ​ທີ 6/3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ຢູ່​ຕາ​ແສງ ອານ​ຫາຍ, ເມືອງ​ເກາະ ຫຼີ​ເຊີນ, ແຂວງກວາງ​ຫງາຍ, ຄະ​ນະຈັດ​ຕັ້ງ​ງານ​ບຸນ​ວິ​ຫານ​ບ້ານ ອານ​ຫາຍ ພ້ອມ​ກັບ​ບັນ​ດາ​ວົງ​ຕະ​ກຸນ​ໃນ​ເກາະ ຫຼີ​ເຊີນ ໄດ້​ຈັດ​ຕັ້ງ​ພິ​ທີ​​ໄຫວ້ບູ​ຊາ​ອາ​ໄລ​ຫາ​ທະ​ຫານ​ເຈື​່ອງ​ຊາ, ​ເພ​ື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ທ​ະ​ຫານ​ເຈື່ອງ​ຊາ ໃນ​ເມື່ອ​ກ່ອນ ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ປັກຫຼັກ​ໝາຍ, ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຢູ່​ໝູ່​ເກາະ​ຮ່​ວາງຊາ ແລະ ເຈື່ອງ​ຊາ ກ່ອນນີ້​ນັບ​ຮ້ອຍ​ປີ​ພາຍ​ໃຕ້​ສະ​ໄໝ​ລາດ​ສ​ະ​ວົງ ຫງວຽນ. ທ່ານ ເລ​ຮ່​ວາຍເອີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ ອານ​ຫາຍ, ເມືອງ ຫຼີ​ເຊີນ, ແຂວງ ກວາງ​ຫງາຍ, ໃຫ້​ຮູ້​ວ່າ:
        ແຕ່​ລະ​ປ​ີ, ໃນ​ເດືອນ 2 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ບັ​ນ​ດາ​ວົງ​ຕະ​ກຸນ​ໃນ​ບໍ​ລິ​ເວນ​ຕາ​ແສງ ອານ​ຫາຍ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຫວ້ບູ​ຊາ​ອາ​ໄລ​ຫາ ທະ​ຫານ ເຈື່ອງ​ຊາ ເພື່ອ​​​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່ບັນ​ດາ​ຜູ​້​​ຄົນກ່ອນນີ້ ໄດ​້​ຮັບ​ຄຳ​ສັ່ງ​ຈາກ​ລາດ​ຊະ​ວົງ​ໄປ​ຍັງ​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ເພື່ອ​ປັກຫຼັກ​ໝາຍ, ຫາ​ຈັບ​ສິນ​ໃນ​ນ້ຳ ທັງ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​​ເຂດທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ. ປະ​ຈຸ​ບັນ, ຊາວ​ປະ​ມົງ​ພວ​ກ​ຂ້າ​ພະ​ເຈົ້າ ກໍ່​ຢຶດ​​ການ​ປະ​ກອບ​ອາ​ຊ​ີບ​ຫາ​ປາຢູ່ໝູ່​ເກາະ 2 ແຫ່ງ​ດັ່ງ​ກ່າວ ເພື່ອ​ສືບ​ຕໍ່​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​​ຢູ່​ເຂດທະ​ເລ​, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ.
 (ແຫຼ່ງຄັດຈາກ VOV)
                                                                                            

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top