• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ສຶກ​ສາຂອງ ຫວຽດ​ນາມ ກັບ ໂລກ

ວັນທີ 14 ກໍລະກົດ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ.
ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການທະນາຄານໂລກ

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ທະນາຄານໂລກໄດ້ໃຫ້ການໜູນຊ່ວຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃນການປ່ຽນແປງໃໝ່ລະບົບການສຶກສາສາມັນ, ສ້າງໂຮງຮຽນແບບໃໝ່ຢູ່ ຫວຽດນາມ ແລະ ພັດທະນານະໂຍບາຍການສຶກສາ. ທ່ານລັດຖະມົນຕີ ຫງວຽນກິມເຊີນ ຫວັງວ່າ ໃນໄລຍະຈະມາເຖິງ, ທະນາຄານໂລກ ຈະສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ໃນການພັດທະນາລະບົບໂຮງຮຽນ, ຫ້ອງຮຽນໃຫ້ແກ່ການສຶກສາສາມັນ ແລະ ບັນດາຮາກຖານບຳລຸງສ້າງໃຫ້ຄົບຊຸດ ແລະ ມີຄຸນນະພາບ; ພ້ອມທັງມີຄວາມເອົາໃຈໃສ່ເຖິງການໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດເພື່ອຊ່ວຍ ຫວຽດນາມ ພັດທະນາກຳລັງຄວາມສາມາດໃຫ້ແກ່ຖັນແຖວຄູອາຈານ, ຈາກນັ້ນ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງ.
ທ່ານລັດຖະມົນຕີ ຫງວຽນກິມເຊີນ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward

ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ເຊັ່ນດຽວກັນ.  
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top