• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ປ່ອຍ​ແຫຼ່ງທຶນ ODA ໃນ​ປີ 2020

ວັນທີ 30 ມິຖຸນາ, ຢູ່ນະຄອນເກິນເທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ເຮັດວຽກກັບການນຳນະຄອນເກິນເທີ, ບາກລຽວ, ລອງອານ, ວິ້ງລອງ ກ່ຽວກັບຮູບການປະຕິບັດບັນດາໂຄງການໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ຢູ່ບັນດາທ້ອງຖິ່ນດັ່ງກ່າວ.

ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ (ພາບ: VGP) 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ການນຳ 5 ແຂວງ, ນະຄອນດັ່ງກ່າວ ຕ້ອງມີຄວາມຕັດສິນໃຈ ແລະ ຂ້ຽວຂາດກ່ວາອີກໃນການຊີ້ນຳປ່ອຍແຫຼ່ງທຶນ ODA ໃນປີ 2020. ທ່ານຟ້າມບິ່ງມິງ ກໍ່ສະເໜີໃຫ້ບັນດາແຂວງ, ນະຄອນເອົາໃຈໃສ່ເຖິງບັນຫາລະດົມແຫຼ່ງທຶນ ODA ເພື່ອບຸກເບີກພື້ນທີ່, ຮັບປະກັນໃຫ້ແກ່ການປະຕິບັດບັນດາໂຄງການ. ທ່ານຮອງນາຍົກລັດຖະມົນຕີກໍ່ແບ່ງປັນບົດຮຽນ, ປະສົບການ ນັ້ນແມ່ນເມື່ອສ້າງບັນດາໂຄງການໃໝ່, ຕ້ອງກະກຽມພື້ນທີ່ເພື່ອຮັບປະກັນເວລາໃນການປະຕິບັດໂຄງການກໍ່ຄືລັກສະນະປະສິດທິຜົນຂອງບັນດາໂຄງການ.
(ແຫຼ່ງຄັດຈາກ VOV)

ນະ​ຄອນ​ໂຮ່​ຈີ​ມິນ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ບຸນ 30 ເມ​ສາ 1 ພຶດ​ສະ​ພາ​ເກືອບ 1,7 ລ້ານ​ເທື່ອ​ຄົນ

ນະ​ຄອນ​ໂຮ່​ຈີ​ມິນ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ບຸນ 30 ເມ​ສາ 1 ພຶດ​ສະ​ພາ​ເກືອບ 1,7 ລ້ານ​ເທື່ອ​ຄົນ

ຕາມ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ​ແລ້ວ, ໃນ 9 ວັນ​ແຕ່​ວັນ​ທີ 25 ເມ​ສາ ຫາ​ວັນ​ທີ 3 ພຶດ​ສະ​ພາ, ຄາດ​ວ່າ ທາງນະ​ຄອນໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 190.000 ເທື່ອຄົນ ແລະ ແຂກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ 1,5 ລ້ານ​ເທື່ອ​ຄົນ.

Top