ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ
	 ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານ ຈັນສີ ໂພສີຄຳ,
 
	ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານ ຈັນສີ ໂພສີຄຳ, 
	ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ 
	ຕອນບ່າຍວັນທີ 22 ພຶດສະພາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ຈັນສີ ໂພສີຄຳ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບລາວ ຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ຄະນະຈັດຕັ້ງສູນກາງພັກ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ບຳລຸງສ້າງ, ຝຶກອົບຮົມພະນັກງານທຸກຂັ້ນ…
	
	ທ່ານ ຟ້າມມີງຈິ໋ງ ໄດ້ຮັບຫຼຽນໄຊ ອິດສະຫຼະຈາກພັກ, ລັດ ລາວ 
	
		ແລະ ກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຟ້າມມີງຈິ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງ ນຳໜ້າ, ໄດ້ເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ. ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນ, ມາດຕະການເພີ່ມທະວີ ແລະ ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງຄະນະຈັດຕັ້ງສູນກາງພັກ ໃນໄລຍະຈະມາເຖິງ; ລົງເລິກແລກປ່ຽນບົດຮຽນໃນການກໍ່ສ້າງພັກ, ພິເສດແມ່ນວຽກງານການຈັດຕັ້ງ ແລະ ພະນັກງານ.
	
		          ເນື່ອງໃນໂອກາດນີ້, ໂດຍຕາງໜ້າພັກ, ລັດ ລາວ, ທ່ານ ຈັນສີ ໂພສີຄຳ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມອບຫຼຽນໄຊ ອິດສະຫຼະ ຊັ້ນ II, ຊັ້ນ III ໃຫ້ບັນດາການນຳເຊິ່ງເປັນຮອງຫົວໜ້າຄະນະ, ອະດີດຮອງຫົວໜ້າຄະນະຈັດຕັ້ງສູນກາງ ທີ່ມີຜົນງານຫຼາຍຢ່າງໃນການສ້າງສາ ແລະ ເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
	
		(ແຫຼ່ງຄັດຈາກ VOV)