• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ-ຣູມານີໃຫ້ນັບມື້ນັບພັດທະນາ

      ຕອນບ່າຍວັນທີ 02 ທັນວາ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ, ສະມາຄົມມິດຕະພາບຫວຽດນາມ - ຣຸມານີ ນະຄອນໂຮ່ມິຈິນ ໄດ້ຈັດພິທີສະເຫຼີມສະຫຼອງ 99 ປີແຫ່ງວັນເອກະລາດສ.ຣຸມານີ (01 ທັນວາ 1918 – 01 ທັນວາ 2017), ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບທີ່ສະໜິດຕິດພັນລະຫວ່າງປະຊາຊົນ 2 ປະເທດ.
 
ທ່ານ ຫງວຽນຊີ້ທັ໋ງ, ປະທານສະມາຄົມມິດຕະພາບຫວຽດນາມ - ຣຸມານີ

(ພາບ: voh.com.vn)
      ທີ່ພິທີ, ທ່ານ ຫງວຽນຊີ້ທັ໋ງ, ປະທານສະມາຄົມມິດຕະພາບຫວຽດນາມ - ຣຸມານີ ນະຄອນໂຮ່ຈິມິນ ໄດ້ຂອບອົກຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງປະຊາຊົນ ຣຸມານີ ສຳລັບຫວຽດນາມ ໃນພາລະກິດໂຮມປະເທດຊາດ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ໃນປະຈຸບັນ. ມີນັກວິສາສະກອນ, ນັກຊ່ຽວຊານກວ່າ 4.000 ຄົນໃນຫຼາຍຂົງເຂດໄດ້ຮັບການບຳລຸງສ້າງຢູ່ ຣຸມານີ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງນ້ຳໃຈມິດຕະພາບ, ແມ່ນຂົວຕໍ່ຮ່ວມມືລະຫວ່າງປະຊາຊົນ 2 ປະເທດໃນປະຈຸບັນ.
        ທີ່ພິທີ, ທ່ານ Valeriu Arteni, ເອກອັກຄະລັດຖະທູດສ. ຣຸມານີ ປະຈຳຫວຽດນາມ ໄດ້ຕີລາຄາສູງປະສິດທິຜົນການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ຣຸມານີ ໃນໄລຍະ 26 ປີຜ່ານມາ ໄດ້ເປັນຂົວຕໍ່ຂອງນ້ຳໃຈມິດຕະພາບ, ຮັກສາການພົວພັນລະຫວ່າງປະຊາຊົນ 2 ປະເທດຢ່າງສະໜິດແໜ້ນເປັນຢ່າງດີກວ່າ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top