• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງ, ພັດທະນາຄວາມສາມັກຄີ, ມິດຕະພາບ ກຳປູເຈຍ-ຫວຽດນາມ ໃຫ້ໝັ້ນຄົງ

      ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ລາດຊະອານາຈັກກຳປູເຈຍ, ຕອນເຊົ້າວັນທີ 21 ກໍລະກົດ, ຢູນະຄອນຫຼວງພະນົມເປັນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ ສະມາຄົມມິດຕະພາບ ກຳປູເຈຍ-ຫວຽດນາມ ແລະ ກຸ່ມສະມາຊິກສະພາມິດຕະພາບ ກຳປູເຈຍ-ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ ສະມາຄົມມິດຕະພາບ ກຳປູເຈຍ-ຫວຽດນາມ
ແລະ ກຸ່ມສະມາຊິກສະພາມິດຕະພາບ ກຳປູເຈຍ-ຫວຽດນາມ
(ພາບ: TTXVN)
      ໂດຍ ທ່ານ ນາງ Men Som On, ກຳມະການຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ, ຮອງນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ກຳປູເຈຍ-ຫວຽດນາມ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ ນາງ Men Som On ໄດ້ແນະນຳກັບ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່ຽວກັບບັນດາການເຄື່ອນໄຫວຢ່າງແທດຈິງ, ຄວາມໝາຍຂອງສະມາຄົມມິດຕະພາບ ກຳປູເຈຍ-ຫວຽດນາມ ໄລຍະຜ່ານມາ, ຜ່ານນັ້ນໄດ້ປະກອບສ່ວນເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງໃນ ໝູ່ປະຊາຊົນທຸກຊັ້ນວັນນະ ກ່ຽວກັບມູນເຊື້ອການພົວພັນທີ່ດີງາມລະຫວ່າງສອງປະເທດ, ພ້ອມທັງຂົນຂວາຍປະຊາຊົນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ ຢ່າງຕັ້ງໜ້າ.
        ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັກບົດບາດສຳຄັນຂອງການເຄື່ອນໄຫວການທູດປະຊາຊົນ ໃນການເພີ່ມພູນຄູນສ້າງ, ການພັດທະນາສາຍພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ກຳປູເຈຍ; ປາຖະໜາວ່າ ສອງສະມາຄົມມິດຕະພາບ ຂອງສອງປະເທດເພີ່ມທະວີການສົມທົບກັນຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງ, ມີປະສິດທິຜົນກວ່າອີກ, ເພື່ອຄວາມວັດທະນະຖາວອນຂອງແຕ່ລະປະເທດ ແລະ ຄວາມໝັ້ນຄົງຂອງການພົວພັນ ຫວຽດນາມ-ກຳປູເຈຍ.

(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມ,
ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ)
      ແລະກໍ່ໃນຕອນບ່າຍວັນທີ ວັນທີ 21 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ກຳປູເຈຍ. ກ່າວຄຳເຫັນທີ່ການໂອ້ລົມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ, ການຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ຈິງໃຈ ຈາກຝ່າຍເພື່ອນ ກຳປູເຈຍ. 2 ຝ່າຍໄດ້ລົງເລິກແລກປ່ຽນຫຼາຍເນື້ອໃນຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ເຖິງວ່າການຢ້ຽມຢາມຍັງບໍ່ທັນສິ້ນສຸດລົງ, ແຕ່ຮອດຈຸດເວລານີ້, ການຢ້ຽມຢາມບັນລຸໄດ້ຜົນງານຢ່າງດີງາມ.
        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເດີນທາງອອກຈາກ ພະນົມເປັນ ໄປຢ້ຽມຢາມນະຄອນ Sihuanoukville.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top