• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການນຳໃຊ້ບັນດາພາຫະນະສື່ມວນຊົນໃນການເຄື່ອນໄຫວເລືອກຕັ້ງ

      ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງເລື່ອງ ມາຮອດປັດຈຸບັນ, ແຂວງຮ່າຢາງໄດ້ຜັນຂະຫຍາຍວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026 ຢ່າງຄົບຊຸດ, ເຂັ້ມງວດ, ຄົບຖ້ວນ, ທັນການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ
      ໃນການລົງເຮັດວຽກ ຢູ່ບັນດາແຂວງທາງທິດຕາເວັນອອກພາກເໜືອ, ວັນທີ 5 ພຶດສະພາ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ, ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ລົງກວດກາການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ ເຂດປ່ອນບັດເລືອກຕັ້ງເລກ 4, ບ້ານ ແທ່ນປາ, ຕາແສງ ລຸງກຸ໊, ເມືອງ ດົ່ງວັນ, ເຮັດວຽກກັບການນຳແຂວງ, ຄະນະກຳມະການເລືອກຕັ້ງແຂວງຮ່າຢາງ.
        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງເລື່ອງ ມາຮອດປັດຈຸບັນ, ແຂວງຮ່າຢາງໄດ້ຜັນຂະຫຍາຍວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026 ຢ່າງຄົບຊຸດ, ເຂັ້ມງວດ, ຄົບຖ້ວນ, ທັນການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ທ່ານ ເວືອງດິ່ງເຫ້ວກໍ່ໃຫ້ຮູ້ວ່າ ສະພາເລືອກຕັ້ງແຫ່ງຊາດ ໄດ້ເຫັນດີເປັນເອກະພາບ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ເລີ່ມແຕ່ວັນທີ 14 ພຶດສະພາ ຈະມີການໂຄສະນາເຜີຍແຜ່ຜ່ານໂທລະສັບ, ການໂທຫາທຸກຄັ້ງ, ຂໍ້ຄວາມທຸກຂໍ້ລ້ວນແຕ່ຕັກເຕື່ອນຜູ້ມີສິດເລືອກຕັ້ງ ມີຄວາມສະຫຼາດສ່ອງໃສໃນການເລືອກຕັ້ງ ບັນດາຜູ້ແທນທີ່ດີເດັ່ນເພື່ອເລືອກເອົາຜູ້ເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ທ່ານກ່າວວ່າ:
            ໃນຂະນະທີ່ພວມສຸມສະຕິເປັນຢ່າງສູງໃຫ້ແກ່ການຈັດຕັ້ງການເລືອກຕັ້ງ, ຂ້າພະເຈົ້າເຫັນດີເປັນເອກະພາບຕໍ່ເລື່ອງ ຄະນະພັກແຂວງ ແລະ ອຳນາດການປົກຄອງທຸກຂັ້ນ ເບິ່ງແຍງດູແລການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນຕົ້ນແມ່ນບັນດາແຂວງຊາຍແດນ ທີ່ມີເສັ້ນຊາຍແດນຍາວ, ຮັບປະກັນການໜູນຊ່ວຍສັງຄົມ, ເປັນເຈົ້າການໃນການຮັບມືກັບໂລກລະບາດ ກໍ່ຄືໄພທຳມະຊາດ, ເພື່ອກຽມພ້ອມບັນດາວິທີການທີ່ແຕກຕ່າງກັນ. ໃນໄລຍະຈະມາເຖິງ, ສະພາເລືອກຕັ້ງແຫ່ງຊາດ ຈະສ້າງ ໂທລະສັບສາຍດ່ວນຂອງອົງການປະຈຳການເລືອກຕັ້ງໃນອາທິດສຸດທ້າຍ ເມື່ອດຳເນີນກະກຽມໃຫ້ວັນເລືອກຕັ້ງ, ເພື່ອຮັບຂໍ້ມູນຢ່າງທັນການ, ແກ້ໄຂບັນດາກໍລະນີເກີດໃໝ່.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top