• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດຫວຽດນາມ-ລາວ

      ຕອນບ່າຍວັນທີ 19 ສິງຫາ, ທີ່ສະພາແຫ່ງຊາດຫວຽດນາມ, ທ່ານຝຸ່ງກວັກຫ໋ຽນ,ຮອງປະທານສະພາແຫ່ງຊາດຫວຽດນາມໄດ້ເຂົ້າຮ່ວມພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວເຊິ່ງນຳໂດຍທ່ານບຸນປອນບຸດຕະນະວົງຮອງປະທານສະພາແຫ່ງຊາດລາວທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ທ່ານຝຸ່ງກວັກຫ໋ຽນ,ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານບຸນປອນບຸດຕະນະວົງຮອງປະທານສະພາແຫ່ງຊາດລາວ (ພາບ: quochoi.vn)
      ນະທີ່ນີ້, ສອງຝ່າຍໄດ້ເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ສົມທົບກັນຈັດຕັ້ງ ການຢ້ຽມຢາມຂັ້ນສູງລະຫວ່າງການນຳຂັ້ນສູງຂອງສອງສະພາແຫ່ງຊາດ; ຈັດຕັ້ງກອງປະຊຸມສຳມະນາໃນຫົວຂໍ້ວິຊາສະເພາະລະຫວ່າງອົງການວິຊາສະເພາະຂອງສອງສະພາແຫ່ງຊາດ, ຈັດຊຸດບຳລຸງດ້ານວິຊາສະເພາະກ່ຽວກັບວຽກງານການສ້າງນິຕິກຳ; ຝຶກອົບຮົມ, ບຳລຸງສ້າງໃຫ້ແກ່ພະນັກງານ. ສະພາແຫ່ງຊາດສອງປະເທດຈະຄົ້ນຄ້ວາຜັນຂະຫຍາຍສົມທົບກັນສ້າງຕັ້ງຄະນະປະຕິບັດງານຕິດຕາມກວດກາຮ່ວມກ່ຽວກັບການເຄື່ອນໄຫວຂອງບັນດາດ່ານຊາຍແດນສອງປະເທດໂດຍແນໃສ່ການແກ້ໄຂບັນຫາຫຍຸ້ງຍາກ, ປະກອບສ່ວນຊຸກຍູ້ຂໍ້ສະດວກໃນການເພີ່ມວົງເງິນການຄ້າສອງປະເທດ./.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top