• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຊາວໜຸ່ມກອງທັບລະຫວ່າງ ຫວຽດນາມ - ລາວ

      ທ່ານພັນຕີ ເຈິ່ນວ໊ຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບລາວ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ

ການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ (ພາບ: qdnd.vn)
      ຕອນບ່າຍວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພັນຕີ ເຈິ່ນວ໊ຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບລາວ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.
        ທີ່ການໂອ້ລົມສົນທະນາ, ຜູ້ແທນນາຍທະຫານໜຸ່ມສອງປະເທດ ໄດ້ສຸມໃສ່ປຶກສາຫາລື,ແລກປ່ຽນກ່ຽວກັບບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ວຽກງານຊາວໜຸ່ມ, ເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ຫຼາຍຂົງເຂດລະຫວ່າງຊາວໜຸ່ມກອງທັບສອງປະເທດ ແນໃສ່ຮັກສາ, ພັດທະນາການພົວພັນລະຫວ່າງສອງປະເທດ, ສອງກອງທັບ ໃນສະພາບການປັດຈຸບັນຂອງໂລກ ແລະ ພາກພື້ນ ໃຫ້ດີກວ່າອີກ. ຜູ້ແທນຫຼາຍຄົນ ກໍໄດ້ແບ່ງປັນກ່ຽວກັບມາດຕະການ, ຮູບແບບຈໍານວນໜຶ່ງ ແລະ ວິທີການຈັດຕັ້ງປະຕິບັດທີ່ມີປະສິດທິຜົນຂອງຊາວໜຸ່ມກອງທັບສອງປະເທດໃນໄລຍະຜ່ານມາ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top