• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດຫວຽດນາມ-ກຳປູເຈຍ

      ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະໜັບສະໜູນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ປະເທດ ແລະ ສະພາແຫ່ງຊາດ 2 ປະເທດ. 

ທີ່ການເຮັດວຽກ
(ພາບ: TTXVN)
      ຕອນບ່າຍວັນທີ 22 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົ່າ ໄດ້ເຮັດວຽກກັບທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານສະພາແຫ່ງຊາດກຳປູເຈຍ Chheang Vun. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ ຫງວຽນວັນເຢົ່າ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະໜັບສະໜູນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ປະເທດ ແລະ ສະພາແຫ່ງຊາດ 2 ປະເທດ.  ທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ ຫງວຽນວັນເຢົ່າ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ຊຸກຍູ້ການເປີດກວ້າງ, ຍົກສູງປະສິດທິຜົນການຮ່ວມມືຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາຢູ່ພາກພື້ນ ແລະ ສາກົນ.
        ສ່ວນທ່ານຫົວໜ້າກຳມາທິການພົວພັນຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານສະພາແຫ່ງຊາດກຳປູເຈຍ Chheang Vun ໃຫ້ຮູ້ວ່າ, ສະພາແຫ່ງຊາດກຳປູເຈຍ ປາດຖະໜາຢາກສືບຕໍ່ມີກາລະໂອກາດຮໍ່າຮຽນເອົາບົດຮຽນໃນການຈັດຕັ້ງບັນດາເຫດການໃຫຍ່ຂອງຫວຽດນາມ ແລະ ຍາມໃດກໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ຢູ່ບັນດາເວທີປາໄສສາກົນກ່ຽວກັບສະພາແຫ່ງຊາດ ຄື: ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF).
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top