• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພກ່ອນທີ່ດຳເນີນກອງປະຊຸມ Shangri-La ຄັ້ງທີ 17

      ກ່ອນທີ່ໄຂກອງປະຊຸມ Shangri-La ຄັ້ງທີ 17 ໃນຕອນຄ່ຳວັນທີ 01 ມິຖຸນາ, ຄວາມສະຫງົບປອດໄພໄດ້ຮັບການເພີ່ມທະວີຢູ່ທຸກເສັ້ນທາງທີ່ໄປເຖິງສະຖານທີ່ຈັດຕັ້ງກອງປະຊຸມ ແນໃສ່ຮັບປະກັນຄວາມປອດໄພໃຫ້ບັນດານັກການເມືອງເປັນລັດຖະມົນຕີ, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ທີ່ມາຈາກກ່ວາ 50 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມ.
ຕຳຫລວດທ້ອງຖິ່ນໃຫ້ຮູ້ວ່າ: ໃນ 3 ວັນດຳເນີນກອງປະຊຸມ Shangri-La (ແຕ່ວັນທີ 01 – 03/06), ບັນດາເຂດຢູ່ອ້ອມແອ້ມໂຮງແຮມ Shangri-La ຈະໄດ້ຮັບການຄວບຄຸມຈາກຕຳຫລວດພິເສດຢ່າງເຂັ້ມງວດ, ເສັ້ນທາງຫລາຍສາຍຖືກປິດລ້ອມ. ພິເສດ ແມ່ນປະຊາຊົນ ເມື່ອເຂົ້າຮ່ວມການຄົມມະນາຄົມ ຕ້ອງເຄື່ອນຍ້າຍຊ້າກ່ວາເປັນປົກກະຕິ ແລະ ຜູ້ຂັບລົດຈັກ ບໍ່ອະນຸຍາດໃຫ້ທ່ຽວທາງຢູ່ອ້ອມແອ້ມໂຮງແຮມ Shangri-La ຢ່າງເດັດຂາດໃນຕະຫລອດໄລຍະດຳເນີນກອງປະຊຸມ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top