ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ກ່າວຄຳເຫັນທີ່ວາລະປະຊຸມ
ພາບ:vietnam+
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຢັ້ງຢືນວ່າ: ໃນ 3 ເດືອນຕົ້ນປີ, ເສດຖະກິດມະຫາພາກຢູ່ພາຍໃນປະເທດມີສັນຍານດີຂຶ້ນ, ການເຕີບໂຕໄຕມາດ 1 ປີ 2018 ຄາດວ່າບັນລຸກວ່າ 7,4% ແມ່ນລະດັບເຕີບໂຕສູງສຸດໃນຮອບເວລາ 10 ປີຜ່ານມາ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ, ການເຄື່ອນໄຫວເກັບລາຍຮັບຂອງງົບປະມານແຫ່ງລັດດຳເນີນໄປເປັນປົກກະຕິ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ບັນດາສະມາຊິກສະພາດັ່ງກ່າວ ຕ້ອງຕິດຕາມສະພາບການ, ເປັນເສນາທິການໃຫ້ນາຍົກລັດຖະມົນຕີ ແລະ ລັດຖະບານ ໃນການບໍລິຫານນະໂຍບາຍການເງິນ, ເງິນຕາ, ການສົມທົບສອງນະໂຍບາຍນີ້ກັບບັນດານະໂຍບາຍອື່ນ. ທີ່ວາລະປະຊຸມ, ບັນດາສະມາຊິກສະພາຖືວ່າ ເສດຖະກິດໂລກປີ 2018 ມີສັນຍານຟື້ນຕົວຢ່າງຕັ້ງຫນ້າ, ເສດຖະກິດຢູ່ພາຍໃນປະເທດສືບຕໍ່ເຕີບໂຕດີພໍສົມຄວນ ແຕ່ຕ້ອງສົມທົບກັນຢ່າງແຫນ້ນແຟ້ນລະຫວ່າງນະໂຍບາຍເງິນຕາ ແລະ ນະໂຍບາຍງົບປະມານເພື່ອຄວບຄຸມໄພເງິນເຟີ້ຕາມຄາດໝາຍວາງອອກ ພ້ອມທັງຕິດຕາມບັນດາການຜັນແປເພີ່ມອັດຕາດອກເບ້ຍຂອງກົມສະສົມສະຫະລັດອາເມລິກາ ແລະ ລາຍການປະຕິຮູບພາສີຂອງປະເທດນີ້.
(ແຫຼ່ງຄັດຈາກ VOV)