• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຄົ້ນຄວ້າ, ຄາດຄະເນບັນດາບັນຫາໃໝ່ໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

ຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ ຄວນເພີ່ມທະວີວຽກງານຄົ້ນຄວ້າ, ຕີລາຄາ, ຄາດຄະເນກ່ຽວກັບບັນດາບັນຫາໃໝ່ຂອງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ເຈລະຈາບັນດາສັນຍາການຄ້າເສລີ (FTA)


ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ
 

ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ. ໃນສະພາວະທ່າອ່ຽງການຮ່ວມມື, ພົບປະເຈລະຈາ ແລະ ການຮ່ວມສຳພັນພາກພື້ນໃນໂລກ ພວມມີການຜັນແປຫລາຍຢ່າງ, ຮຽກຮ້ອງ ຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ ຄວນເພີ່ມທະວີການປະຕິບັດພາລະໜ້າທີ່ການສົມທົບລະຫວ່າງຂະແໜງເປັນຢ່າງດີ.

        ໃນນັ້ນ, ຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດ ຄວນເພີ່ມທະວີວຽກງານຄົ້ນຄວ້າ, ຕີລາຄາ, ຄາດຄະເນກ່ຽວກັບບັນດາບັນຫາໃໝ່ ໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ເຈລະຈາ FTA. ກ່ຽວກັບວຽກງານລະຫວ່າງຂະແໜງກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຮຽກຮ້ອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການ ແລະ ຕັ້ງໜ້າຜັນຂະຫຍາຍບັນດາໂຄງການດຳເນີນງານຂອງກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງຕົນຢ່າງມີປະສິດທິຜົນ ບົນພື້ນຖານ ຫັນໜ້າທີ່ເປັນລະອຽດ ເໝາະສົມກັບຈຸດພິເສດ, ພາລະໜ້າທີ່ຂອງກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອແນໃສ່ປະຕິບັດບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິຂອງລັດຖະບານ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ລົງທຶນສະດວກໃຫ້ວິສາຫະກິດພາຍໃນ ແລະ ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top