• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ກຳປູເຈຍ

      ໃນຂອບເຂດການຢ້ຽມຢາມທາງລັດຖະກິດແຫ່ງລາຊະອານາຈັກ ກຳປູເຈຍ, ຕອນບ່າຍວັນທີ 21 ກໍລະກົດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ

ພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍຢູ່ແຂວງ Preah Sihanouk
      ໄດ້ອອກຈາກນະຄອນຫລວງ ພະນົມເປັນ ໄປຢ້ຽມຢາມແຂວງ Preah Sihanouk. ທີ່ການຕ້ອນຮັບທ່ານ Yun Min, ເຈົ້າແຂວງ ແຂວງ Preah Sihanouk, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ການພົວພັນຮ່ວມມືລະຫວ່າງ Preah Sihanouk ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ແມ່ນພື້ນຖານເພີ່ມພູນຄູນສ້າງ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ. ທ່ານເລຂາທິການໃຫຍ່ ຊົມເຊີຍ Preah Sihanouk ມີການພົວພັນສະໜິດຕິດພັນ, ຮ່ວມມືກັບຫລາຍທ້ອງຖິ່ນຂອງ ຫວຽດນາມ; ຫວັງວ່າ ບັນດາສາຍພົວພັນຮ່ວມມືນັ້ນ ສືບຕໍ່ພັດທະນາໃນຫລາຍຂົງເຂດ, ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຮຽກຮ້ອງການພັດທະນາຂອງແຕ່ລະຝ່າຍ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ  ໄດ້ມອບຂອງຂວັນໃຫ້ແຂວງ Preah Sihanouk ເຄື່ອງຄອມພິວເຕີ 50 ຊຸດ. ສ່ວນທ່ານເຈົ້າແຂວງ Yun Min ປາດຖະໜາວ່າ ຫວຽດນາມ ສືບຕໍ່ເອົາໃຈໃສ່ສະໜັບສະໜູນ, ຊ່ວຍເຫຼືອ Preah Sihanouk, ພິເສດແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ມາລົງທຶນຮ່ວມມື.
        ແລະກໍ່ໃນຕອນເຊົ້າວັນທີ 22 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍຢູ່ແຂວງ Preah Sihanouk.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top