• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີີ່ມທະວີການຮ່ວມມືລົງທຶນໃນຂົງເຂດການບໍລິການ Logistics ລະຫວ່າງຫວຽດນາມ-ສິງກະໂປ

      ວັນທີ 18 ຕຸລາ, ທ່ານຮອງນາຍົກລັດຖະມັນຕີຫວຽດນາມ ຈີ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ ໂຣເບີກ ຢາບ ປະທານ ຜູ້ບໍລິຫານກຸ່ມບໍລິສັດ YCH ຊຶຶ່ງແມ່ນວິສາຫະກິດອັນດັບໜຶ່ງຂະແໜງ ການບໍລິການ Logistics ຂອງສິງກະໂປທີ່ພວມມີເຈດຈຳນົງລົງທຶນກໍ່ສ້າງສູນ ການບໍລິການ Logisticsແຫ່ງໜຶ່ງຢູ່ຫວຽດນາມ

ຮອງນາຍົກລັດຖະມັນຕີຫວຽດນາມ ຈີ້ງດິງຢຸງ ໃຫ້ການຕ້ອນຮັບທ່ານ ໂຣເບີກ ຢາບ ປະທານ ຜູ້ບໍລິຫານກຸ່ມບໍລິສັດ YCH 
      ທ່ານ ໂຣເບີກ ຢາບ ໃຫ້ຮູ້ວ່າ : ກຸ່ມບໍລິສັດ YCH ຕົກລົງຮ່ວມທຸລະກິດກັບ ກຸ່ມບໍລິສັດ ທີແອນທີ ເພື່ອລົງທຶນພັດທະນາໂຄງການສູນ ການບໍລິການ Logistics ແລະ ທ່າບົກ ສາກົນຢູ່ແຂວງວີ້ງຟຸກ. ດ້ວຍທີ່ໄດ້ປຽບກ່ຽວກັບທີ່ຕັ້ງ, ພື້ນຖານໂຄງລ່າງ, ສູນ ການບໍລິການ Logistics ຈະສ້າງຈຸດເຊື່ອມຕໍ່ໃນລະບົບສະໜອງສິນຄ້າລະຫວ່າງຫວຽດນາມ, ອາຊຽນ ແລະ ຕະຫຼາດພາກພື້ນ ແລະສາກົນ.
    ສ່ວນ ທ່ານຮອງນາຍົກລັດຖະມັນຕີຫວຽດນາມ ຈີ້ງດິງຢຸງ ກໍໄດ້ຖືວ່າ ນີ້ແມ່ນປະກົດການລະອຽດຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ທີ່ພວມພັດທະນາຢ່າງຕັ້ງໜ້າ. ຕາມທ່ານແລ້ວດ ເປົ້າໝາຍຂອງຫວຽດນາມແມ່ນກໍ່ສ້າງລະບົບພື້ນຖານໂຄງລ່າງຄົມມະນາຄົມຢ່າງຄົບຊຸດ; ບົນພື້ນຖານດັ່ງກ່າວ ຈະສ້າງບັນດາສູນ ການບໍລິການ Logistics ໃຫຍ່ມີລະດັບສາກົນ ແນໃສ່ຫຼຸດຜ່ອນຄ່າໃຊ້ຈາຍໃຫ້ແກ່ບັນດາວິສາຫະກິດ, ຈາກນັ້ນ ຍົກສູງຄຸນນະພາບ ຄວາມສາມາດແກ່ງແຍ້ງຂອງສິນຄ້າ ແລະ ຂອງທັງພື້ນຖານເສດຖະກິດອີກດ້ວຍ
 (ແຫຼ່ງຄັດຈາກ VOV)
 
 
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top