• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

      ຕອນບ່າຍວັນທີ 22 ມັງກອນ ໄດ້ດຳເນີນພິທີເປີດສະຫຼອງສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມພິທີດັ່ງກ່າວ ມີບັນດານັກຂ່າວ ຫວຽດນາມ, ນັກຂ່າວຕ່າງປະເທດປະຈຳ ຫວຽດນາມ ເປັນຈຳນວນຫລວງຫລາຍ.
ພິທີເປີດສະຫຼອງສູນສື່ມວນຊົນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ພາບ:  baoquocte.vn)
      ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານ ເລແມ້ງຮຸ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫົວໜ້າສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIII ໃຫ້ຮູ້ວ່າ: ເລື່ອງເປີດສະຫຼອງສູນສື່ມວນຊົນໃນວັນທີ 22 ມັງກອນ ກໍ່ເປັນການປະກອບສ່ວນສຳຄັນ ເພື່ອໂຄສະນາບັນດາເນື້ອໃນຂອງກອງປະຊຸມໃຫຍ່. ທາງສູນຮັບປະກັນເງືຶ່ອນໄຂການເຮັດວຽກ ແລະ ອຸປະກອນການເຮັດວຽກໃຫ້ແກ່ນັກຂ່າວທັງພາຍໃນ ແລະ ຕ່າງປະເທດທີ່ມາຕິດຕາມ ແລະ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່.
     ແລະກໍ່ໃນວັນທີ 22 ມັງກອນ, ໄດ້ດຳເນີນພິທີເປີດງານວາງສະແດງປຶ້ມ, ໜັງສືພິມດີເດັ່ນກ່ວາ 2000 ສະບັບ ໄດ້ແນະນຳຕາມ 5 ຫົວຂໍ້. ເນື່ອງໃນໂອກາດນີ້, ກໍ່ໄດ້ຈຳໜ່າຍຊຸດສະແຕມ “ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ”.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top