• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍຢູ່ແຂວງ Mondulkiri

ພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ໄດ້ດຳເນີນໃນວັນທີ 01 ມັງກອນ, ຢູ່ແຂວງ Mondulkiri, ປະເທດກຳປູເຈຍ.

(ເປີດສະຫຼອງອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍຢູ່ແຂວງ Mondulkiri)
ກ່າວຄຳເຫັນທີ່ພິທີ, ທ່ານ Nhem Valy, ຮອງປະທານຜູ້ປະຈຳການທັງເປັນເລຂາທິການໃຫຍ່ສະພາແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ ແລະ ທ່ານ Svay Som Ieng, ເຈົ້າແຂວງໆ Mondulkiri, ເນັ້ນໜັກວ່າ: ປະຊາຊົນກຳປູເຈຍ ບໍ່ອາດລົງລືມໄດ້ການຊ່ວຍເຫຼືອຂອງຫວຽດນາມ ແລະ ທະຫານອາສາສະໜັກຫວຽດນາມ ໃນການໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ, ເພື່ອຟື້ນຟູ ແລະ ພັດທະນາປະເທດກຳປູເຈຍ; ທ່ານຢືນຢັນວ່າ ຖ້າຫາກບໍ່ມີໄຊຊະນະໃນວັນທີ 07 ມັງກອນ 1979 ນັ້ນຈະບໍ່ມີປະເທດກຳປູເຈຍ ໃນວັນນີ້.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ສວນມິດຕະພາບ ລາວ - ຫວຽດນາມ ນີ້ບໍ່ພຽງແຕ່ເປັນສັນຍາລັກຂອງສາຍພົວພັນສອງປະເທດເທົ່ານັ້ນ, ຫາກຍັງກາຍເປັນບ່ອນຈັດຕັ້ງບັນດາກິດຈະກຳວັດທະນະທຳ, ບ່ອນພັກຜ່ອນ, ການເຄື່ອນໄຫວກິລາກາຍຍະກຳ, ເດີ່ນຫຼີ້ນໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນ; ແມ່ນບ່ອນສຶກສາມູນເຊື້ອໃຫ້ແກ່ລຸ້ນຄົນຕໍ່ໆໄປຂອງທັງສອງຊາດ ລາວ - ຫວຽດນາມ.

Top