• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກວ້າງແລະສ້າງການພົວພັນຮ່ວມມືຢ່າງຍາວນານກັບອົງການ JICA

      ວັນທີ 14 ມິຖຸນາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີ ເຈືອງຮ່ວາຍນາມ, ພ້ອມກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງໄດ້ມີການເຮັດວຽກກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ກ່ຽວກັບເລື່ອງຮັບຜູ້ອາສາສະໝັກຂອງໂຄງການອາສາສະໝັກ JICA ຫວຽດນາມ ມາປະຕິບັດວຽກງານຢູ່ເກີນເທີ ໃນປີ 2017.
      ທ່ານນາງ Minagawa Mamiko, ທີ່ປຶກສາຂັ້ນສູງໂຄງການອາສາສະໝັກຮ່ວມມືຕ່າງແດນຍີ່ປຸ່ນ (JOCV) ຂອງ JICA ໃຫ້ຮູ້ວ່າ: ນອກຈາກນັກອາສາສະໝັກຍີ່ປຸ່ນ ທີ່ໄດ້ສົ່ງມາຫວຽດນາມ ເພື່ອໜູນຊ່ວຍໃນບັນດາຂົງເຂດຄື: ສາທາລະນະສຸກ, ການສຶກສາ, ກະສິກຳ… ແລ້ວ, JICA ປາດຖະໜາວ່າ ໃນໄລຍະຈະມາເຖິງຈະມີການສົມທົບກັບນະຄອນເກີນເທີ ຢ່າງແໜ້ນແຟ້ນກວ່າ ເພື່ອສົ່ງນັກອາສາສະໝັກຢູ່ບາງຂົງເຂດໃໝ່ຄືຄຸ້ມຄອງດຳເນີນທຸລະກິດ ແລະ ເຕັກໂນໂລຊີມາໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວສົ່ງເສີມການລົງທຶນຈາກຍີ່ປຸ່ນ ເຂົ້າເກີນເທີ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top