• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່: ຈຳນວນຜູ້ເສຍຊີວິດຢູ່ຈີນຂຶ້ນເປັນ 304 ຄົນແລ້ວ

      ຕອນຄ່ຳວັນທີ 1 ກຸມພາ, ເຈົ້າໜ້າທີ່ແຂວງ ຮູເປີຍ, ປະເທດຈີນ ໄດ້ອອກແຈ້ງການວ່າ ແຂວງນີ້ ໄດ້ມີກໍລະນີຜູ້ເສຍຊີວິດຍ້ອນເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຕື່ມອີກ 45 ຄົນ, ຍົກຈຳນວນຜູ້ເສຍຊີວິດຢູ່ຈີນຂຶ້ນເປັນ 304 ຄົນແລ້ວ. 

ເຈົ້າໜ້າທີ່ຈີນພວມກວດກາສະຖານທີ່ທີ່ມີຄົນເສຍຊີວິດຍ້ອນເຊື້ອຈຸລະໂລກສາຍພັນໃໝ່
ໃນວັນທີ 30 ມັງກອນ 2020 (ພາບ: AFP/TTXVN)
      ແຈ້ງການນີ້ໄດ້ອັບເດັດເປັນປະຈຳວັນ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ ກໍ່ຢັ້ງຢືນວ່າ ຢູ່ແຂວງນີ້ຫາກໍ່ພົບເຫັນກໍລະນີຕິດເຊື້ອພະຍາດດັ່ງກ່າວຕື່ມອີກ 1.921 ຄົນ. ເປັນອັນວ່າ, ປັດຈຸບັນ ທົ່ວ ແຂວງ ຮູເປີຍມີ ຜູ້ຕິດເຊື້ອພະຍາດດັ່ງກ່າວ 9.074 ຄົນ, ມີຜູ້ເສຍຊີວິດ 294 ຄົນ ແລະ ຜູ້ໄດ້ຮັບການປິ່ນປົວເຊົາເຈັບ ແລ້ວ 215 ຄົນ.
        ໃນການປ້ອງກັນ, ຕ້ານເຊື້ອພະຍາດຈຸລະໂລກສາຍພັນໃໝ່ (2019 - nCoV), ສະຫະພາບ ເອີລົບ (EU) ໄດ້ສົ່ງ ໂສ້ງເສື້ອປົກປ້ອງທາງການແພດ 12 ໂຕນໄປຍັງ ຈີນ. ຕາມແຫຼ່ງຂ່າວຈາກ ເອີລົບໃຫ້ຮູ້ວ່າ, ພາຍຫຼັງ ຈີນສະເໜີຂໍຄວາມໜູນຊ່ວຍ, ສູນປະສານງານໃນສະພາບການສຸກເສີນ (ERCC) ຂຶ້ນກັບ ຄະນະກຳມະການ ເອີລົບ (EC) ໄດ້ປະກາດໄປຍັງບັນດາປະເທດສະມາຊິກ EU ແລະ ໄດ້ຮັບເຄື່ອງປົກປ້ອງທາງການແພດ ທັງໝົດ 12 ໂຕນ. ປັບຈຸບັນ ຈຳນວນສິນຄ້າດັ່ງກ່າວໄດ້ສົ່ງໄປຍັງປະເທດຈີນ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top