• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຈົ້າແຫ້ມ ອາຫານທະເລ

ເມື່ອເວົ້າເຖິງເຂົ້າແຫ້ມ ເກືອບທຸກຄົນ ຕ່າງກໍຄິດເຖິງເຂົ້າແຫ້ມ ຂອງ ແຂວງ ນິງບິ່ງ, ແຕ່ເມື່ອໄປຍັງ ນະຄອນ ຫາຍຟ່ອງ, ນັກຊິມ ກໍຈະມີໂອກາດຮູ້ຈັກເຖິງ ເຂົ້າແຫ້ມອາຫານທະເລ. ແນວຄວາມ ຄິດເຮັດລາຍການອາຫານ ເຂົ້າແຫ້ມ ອາຫານທະເລ ໄດ້ມາຈາກ ເຂົ້າແຫ້ມ ນິງບິ່ງ, ແຕ່ວິທີການ ຮັບປະທານ ແມ່ນແຕກຕ່າງກັນ, ເຂົ້າແຫ້ມອາຫານທະເລ ຫາຍຟ່ອງ ມີລັກສະນະສະເພາະ ຂອງ ມັນເອງ ທີ່ເຮັດໃຫ້ ທ່ານ ກິນແລ້ວ ຢາກກິນອີກ.
 
ເຂົ້າແຫ້ມອາຫານທະເລແມ່ນລາຍການອາຫານພິເສດ ຂອງ ຫາຍຟ່ອງ.

ການປຸງແຕ່ງເຂົ້າແຫ້ມ ແມ່ນສິລະປະ. ຫຼັງຈາກເຂົ້າສຸກແລ້ວ, ຜູ້ ປຸງແຕ່ງຈະເອົາເຂົ້າທີ່ຕິດຢູ່ກົ້ນໝໍ້ ປະໃຫ້ແຫ້ງແລ້ວຈືນ ຈົນເປັນ ສີເຫຼືອງ. ວິທີການຈືນ ຕ້ອງຊໍານານ ເພື່ອໃຫ້ເຂົ້າແຫ້ມ ມີສີເຫຼືອງ ອ່ອນ, ສະໝີກັນ, ກອບ ແຕ່ຍັງໜຽວ. ຫຼັງຈາກຈືນ ກໍຈະຕັດເຂົ້າ ແຫ້ມເປັນປ່ຽງໆ ພໍດີ ແລ້ວວາງໃສ່ຈານ, ຈາກນັ້ນ ຈະແມ່ນຂັ້ນ ຕອນ ການປຸງແຕ່ງ ອາຫານທະເລ.

ອາຫານທະເລ ຢູ່ທີ່ນີ້ ປະກອບດ້ວຍ: ກຸ້ງ, ປາມຶກ, ປູທະເລ, ຫອຍງວງຊ້າງ... ທີ່ຍັງສົດ. ທັງໝົດໄດ້ຜ່ານການ ປຸງແຕ່ງ ຂັ້ນຕົ້ນ ແລ້ວນຳໄປຂົ້ວໃຫ້ສຸກ. ການປຸງແຕ່ງນໍ້າຊ໋ອດ ອາຫານທະເລ ຈະ ຕ້ອງພິຖີພິຖັນທີ່ສຸດ. ເວລາຂົ້ວເຄື່ອງທະເລ ຕ້ອງຕື່ມໝາກເລ່ັນ ແລະ ນໍ້າປາ. ຄວາມຫວານນົວ ຂອງ ບັນດາປະເພດອາຫານ ທະ ເລ ເມື່ອປະສົມກັບນໍ້າປາ ຈະສ້າງລົດຊາດນໍ້າຊ໋ອດທີ່ດີເລີດ. ເຂົ້າແຫ້ມຮ້ອນໆ ໂຮຍໜ້າດ້ວຍເຄື່ອງທະເລ ແລ້ວໂຮຍ ນໍ້າຊ໋ອດ ກໍ່ສາມາດຮັບປະທານໄດ້ແລ້ວ.

 
ທີ່ຢູ່ຮ້ານອາຫານ:
ຮ້ານອາຫານ ງອນ (ແຊບ): ເຮືອນເລກທີ 18 ຖະໜົນ ຟານໂບ້ຍ ເຈົາ, ບ້ານ ເກືອນາມ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ

ບົດ: ບິກເວິນ - ພາບ: ແທງຢາງ, VNP - ແປໂດຍ: ບິກລຽນ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ.

Top