• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າໜົມກຸ້ງໂຮ່ໄຕ

ເຂົ້າໜົມກຸ້ງໂຮ່ໄຕ (ໜອງໄຕ) ຖືວ່າ ເປັນໜຶ່ງ ໃນ ບັນດາ ລາຍການອາຫານ ທີ່ສະແດງໃຫ້ເຫັນ ຄວາມເປັນ ເອກະລັກ ໃນສິລະປະ ອາຫານການກິນ ຂອງ ຊາວ ເມືອງຫຼວງ ຮ່າໂນ້ຍ ຊຶ່ງບໍ່ວ່າ ນັກທ່ອງທ່ຽວ ສາກົນ ໃດ ກໍຕ້ອງໄດ້ທົດລອງກິນຈັກຄັ້ງໜຶ່ງ. ເຍື່ອງອາຫານ ນີ້ໄດ້ແນະນຳໃນລາຍການ “Destination”  ຂອງ ຊ່ອງ ໂທລະພາບ CNN (ຂອງ ສ ອາເມລິກາ). 
ຕາມການເປີດເຜີຍ ຂອງ ເຈົ້າຂອງຮ້ານອາຫານ ຮ່ວາ ຫຍ໊າ ຢູ່ ຝູໄຕໂຮ່ ໃຫ້ຮູ້ວ່າ ລາຍການອາຫານ ເຂົ້າໜົມກຸ້ງ ໄດ້ກາຍເປັນເຍື່ອງອາຫານທົ່ວໄປ ແຕ່ຊຸມປີ 1930. ໃນຊ່ວງເວລານັ້ນ ມີຜູ້ຫາບຂາຍ ອາຫານເຄື່ອນທີ່ ຫຼາຍຄົນ ໄດ້ເຕົ້າໂຮມກັນຂາຍ ຢູ່ຕາມຖະໜົນ ແທງນຽນ. ເມື່ອເຂດນີ້ ມີຜູ້ຄົນ ມາຢູ່ອາໄສ ຢ່າງ ຄັບຄາໜາແໜ້ນ ຂຶ້ນ, ມີຮ້ານອາຫານ ຂະໜາດນ້ອຍ ຫຼາຍຮ້ານ ໄດ້ເປີດຂາຍ ແລະ ເຂົ້າໜົມກຸ້ງໂຮ່ໄຕ ກໍ ເລີ່ມໄດ້ຮັບຄວາມສົນໃຈ ນັບແຕ່ນັ້ນເປັນຕົ້ນມາ.

ເຂົ້າໜົມກຸ້ງໂຮ່ໄຕ ແມ່ນລາຍການອາຫານ ທີ່ຖືວ່າ ເປັນ ການເຕົ້າໂຮມ ຄວາມຍອດຢ້ຽມ ຂອງອາຫານ ຂອງ ຊາວຮ່າໂນ້ຍ ໃນປາງກ່ອນ. ໂດຍຖືກກັບ ຊື່ ເອີ້ນວ່າ ເຂົ້າໜົມໂຮ່ໄຕ, ເຄ່ື່ອງປະກອບເພື່ອປຸງແຕ່ງ ລາຍການອາຫານນີ້ ກ່ອນອື່ນໝົດ ຕ້ອງແມ່ນ ກຸ້ງ ທີ່ ຖືກ ຫາມາຈາກ ໜອງໄຕ, ຍ້ອນກຸ້ງ ຢູ່ ໜອງໄຕ ມີ ເນື້ອແໜ້ນ, ເມື່ອຈືນສຸກມີສີແດງສົດ ແລະ ລົດຊາດ ແຊບ. ກຸ້ງ ຫຼັງຈາກລ້າງໃຫ້ສະອາດ ຈະໃສ່ແປ້ງ ຄົນ ໃຫ້ ສະເໝີ ແລ້ວນຳໄປຈືນ ໃນໝໍ້ນຳ້ມັນ, ເມື່ອເຫັນ ເຂົ້າໜົມ ມີສີເຫຼືອງກອບ ຈຶ່ງຈັກອອກ ແລ້ວປະໄວ້ ໃຫ້ ນຳ້ມັນ ສະເດັດ.



ກຸ້ງສົດ ທີ່ ຖືກ ຫາມາຈາກ ໜອງໄຕ.


ເຂົ້າໜົມກຸ້ງ ໄດ້ຈືນ ໃນໝໍ້ນຳ້ມັນ.


ລາຍການອາຫານ ເຂົ້າໜົມກຸ້ງໂຮ່ໄຕ ສຳເລັດຮູບ.

ເຂົ້າໜົມໂຮ່ໄຕ ສ່ວນຫຼາຍ ມັກຮັບປະທານ ກັບນຳ້ປາ ສົ້ມຫວານ ແລະ ສົ້ມໝາກຮຸ່ງດິບ ກິນແກ້ມກັບ ຜັກຫອມ ທຸກຊະນິດ. ລາຍການອາຫານ ເຂົ້າໜົມກຸ້ງໂຮ່ ໄຕ ຄວນກິນເວລາຍັງຮ້ອນ ຈຶ່ງຮູ້ສຶກໄດ້ລົດຊາດ ແລະ ຄວາມຫອມກອບ ຂອງມັນ. 

ຮ້ານອາຫານ ຮ່ວາຫຍ໊າ
ເຮືອນເລກທີ 49 ຝູໄຕໂຮ່, ເມືອງໄຕໂຮ່, ຮ່າໂນ້ຍ
ໂທລະສັບ: 0904 802 699/ 0939 591286
 
ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ.

Top