• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດຕຳຫລວດທະເລເລກ 1 ຈັດຕັ້ງ “ບຸນເຕັດທະເລໝູ່ເກາະ” ແລະ ປະຕິບັດໂຄງການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”

ວັນທີ 13 ມັງກອນ, ກອງບັນຊາການເຂດຕຳຫລວດທະເລເລກ 1 ໄດ້ສົມທົບກັບເມືອງ ໂກໂຕ (ແຂວງ ກວາງນິງ) ຈັດຕັ້ງລາຍການ “ບຸນເຕັດທະເລໝູ່ເກາະ” ຕ້ອນຮັບປີໃໝ່ປີຊວດ 2020 ແລະ ປະຕິບັດລາຍການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ” ຢູ່ເມືອງ ໂກໂຕ.

ເຂດຕຳຫລວດທະເລ 1 ຈັດຕັ້ງ “ບຸນເຕັດທະເລໝູ່ເກາະ” ແລະ ປະຕິບັດໂຄງການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”

ຄະນະປະຕິບັດງານຂອງກອງບັນຊາການເຂດຕຳຫລວດທະເລເລດ 1 ໄດ້ອວຍພອນບຸນເຕັດຄະນະກຳມະການປະຊາຊົນເມືອງ ໂກໂຕ. ພັນໂທ ຫງວຽນຫືວຢູ, ຮອງຫົວໜ້າການເມືອງ, ກອງບັນຊາການເຂດຕຳຫລວດທະເລເລກ 1 ໃຫ້ຮູ້ວ່າ:

             “ຜ່ານລາຍການ, ພວກຂ້າພະເຈົ້າໄດ້ມີໂອກາດສຳຜັດ, ແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ກໍ່ຄືປຸກລະດົມກຳລັງໃຈຊາວປະມົງເນື່ອງໃນໂອກາດບຸນເຕັດ  ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ, ມີກຳລັງໃຈ, ອຸ່ນອ່ຽນໃຈໃນການອອກທະເລຫາປາ, ຕັ້ງໜ້າເຂົ້າຮ່ວມປົກປັກຮັກສາອະທິປະໄຕ, ພິເສດແມ່ນໜ້າທີ່ສົມທົບກັບກຳລັງຕຳຫລວດທະເລໃນການຕໍ່ສູ້, ຮັກສາອະທິປະໄຕອັນສັກກາລະບູຊາຂອງປະເທດຊາດ.”

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top