• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີນດຸນການຄ້າ ຫວຽດນາມ - ການາດາ ນັບມື້ນັບຜ່ອນຄາຍ


(ພາບປະກອບ)

      ຕາມຈຳນວນ​ຕົວ​ເລກ​ຂອງ​ອົງການ​ສະຖິຕິ ກາ​ນາ​ດາ ​ແລ້ວ, ​ເກີນດຸນການ​ຄ້າຂອງ ຫວຽດນາມ ກັບ ກາ​ນາ​ດາ ນັບ​ມື້​ນັບ​ໄດ້​ຜ່ອນຄາຍ. ​ໄລ່​ຮອດ​ທ້າຍ​ເດືອນ 11/2016, ​ເກີນ​ດຸ່ນການ​ຄ້າ​ລະຫວ່າງ 2 ປະ​ເທດ​ບັນລຸ 3,089 ຕື້ USD, ​ເພີ່ມ​ຂຶ້ນ 24,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງປີ 2015. ຕາມ​ທ່ານ ຮ່ວາງ​ແອ​ງຢຸງ ທູດ​ການ​ຄ້າ ຫວຽດນາມ ປະຈຳ ກາ​ນາ​ດາ ແລ້ວ ຍ້ອນ​ຜ່ອນຄາຍ​ເກີນ​ດຸນການ​ຄ້າ, ຫວຽດນາມ ສືບ​ຕໍ່​ນຳ​ໜ້າສະມາຄົມ​ປະຊາ​ຊາດ​ອາຊີ​ຕາວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງ ກາ​ນາດ​າ. ບັນດາ​ປະ​ເພດ​ຜະລິດ​ຕະພັນ​ສົ່ງ​ອອກ​ຂອງ ຫວຽດນາມ ມີ​ວົງ​ເງິນ​ເພີ່​ມຂຶ້ນ​ສູງຍັງ​ຄົງ​ແມ່ນ ​ເຄື່ອງ​ຈັກ, ອຸປະກອນໄຟຟ້າ ​ແລະ ​ເຄື່ອງ​ເອ​ເລັກ​ໂຕ​ນິກ; ​ເກີບ​ໜັງ​ທຸກ​ຊະນິດ…​ໃນ​ຈຳນວນ​ປະ​ເພດ​ສິນຄ້າ​ສົ່ງ​ອອກ, ​ໂທລະສັບມື​ຖື​ມີ​ລະດັບ​ເຕີບ​ໂຕ​ໄວ​ທີ່​ສຸດ.
 (ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top