• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ, ດ່າຫນັງ ປຸກລະດົມຂະບວນການ “ບຸນເຕັດປູກຕົ້ນໄມ້”

ນະຄອນ ຮ່າໂນ້ຍ ສູ້ຊົນ ປີ 2021 ປູກຕົ້ນໄມ້ທຸກຊະນິດໃຫ້ໄດ້ກວ່າ 300.000 ຕົ້ນ.
ເລຂາຄະນະພັກນະຄອນ ດ່າຫນັງພ້ອມກັບບັນດາການນຳ ແລະ ປະຊາຊົນເມືອງ ຫາຍເຈົາ ປູກຕົ້ນໄມ້ ຢູ່ ສາລາບ້ານພາບ (baotainguyenmoitruong.vn)

ຕອນເຊົ້າວັນທີ 21 ກຸມພາ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງ ພິທີປຸກລະດົມຂະບວນການ “ບຸນເຕັດປູກຕົ້ນໄມ້” ແລະ ຕອບສະຫນອງ ໂຄງການປູກຕົ້ນໄມ້ 1 ຕື້ຕົ້ນໄລຍະ 2021 – 2025. ທ່ານ ເວືອງດີ່ງເຫ້ວ ເລຂາຄະນະພັກນະຄອນ ຮ່າໂນ້ຍ  ພ້ອມກັບທ່ານ ເຈີນຮົ່ງຫ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມພິທີ. ກ່າວຄຳເຫັນນະທີ່ນີ້ ທ່ານ ຈູງອັກແອງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຢືນຢັນວ່າ: ເລື່ອງປູກຕົ້ນໄມ້ ຍາມໃດ ນະຄອນ ຮ່າໂນ້ຍ ກໍ່ຮັກສາເປັນປະຈຳ ດ້ວຍການເຂົ້າຮ່ວມຢ່າງຕັ້ງຫນ້າຂອງທຸກຂັ້ນ, ທຸກຂະແຫນງການ ແລະ ປະຊາຊົນທຸກຖ້ວນຫນ້າ. ນະຄອນ ຮ່າໂນ້ຍ ສູ້ຊົນ ປີ 2021 ປູກຕົ້ນໄມ້ທຸກຊະນິດໃຫ້ໄດ້ກວ່າ 300.000 ຕົ້ນ ແລະ ຮອດປີ 2030 ຊາວນະຄອນຫລວງ ຕ້ອງປູກຕົ້ນໄມ້ຜູ້ລະຕົ້ນ.

ແລະກໍ່ໃນວັນດຽວກັນ ຢູ່ ນະຄອນ ດາຫນັງ ກໍ່ໄດ້ປຸກລະດົມ ຂະບວນການ ບຸນເຕັດປູກຕົ້ນໄມ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU.

Top