• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍດຶງດູດທຶນ FDI ໄດ້ກວ່າ 1,7 ຕື້ USD

      ຕອນເຊົ້າວັນທີ 31 ສິງຫາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມແລກປ່ຽນວຽກງານກັບບັນດາພະແນກ, ຂະແໜງ, ທ້ອງຖິ່ນ ເພື່ອຕີລາຄາໝາກຜົນໃນຊຸມເດືອນຕົ້ນປີ ແລະ ປຶກສາຫາລືທິດທາງ, ໜ້າທີ່ໃນຊຸມເດືອນທ້າຍປີ 2017.

(ພາບປະກອບ: TTXVN)
      ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ເສດຖະກິດຂອງນະຄອນຫຼວງ ສືບຕໍ່ມີທ່າເຕີບໂຕໃນບັນດາຂົງເຂດຈຸດສຸມຄື: ອຸດສາຫະກຳ, ການຄ້າການບໍລິການ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ…
        ໃນໄລຍະ 8 ເດືອນ, ນະຄອນຮ່າໂນ້ຍ ໄດ້ຮັບ 114 ໂຄງການລົງທຶນນອກງົບປະມານ, ດ້ວຍຍອດເງິນລົງທຶນຈົດທະບຽນເກືອບ 71.000 ຕື້ດົ່ງ; 22 ໂຄງການລົງທຶນຕາມຮູບການ PPP ດ້ວຍຍອດເງິນລົງທຶນ 60.000 ຕື້ດົ່ງ; ດຶງດູດ 1,74 ຕື້ USD ທຶນ FDI. ກ່າວຄຳເຫັນ ທີ່ກອງປະຊຸມແລກປ່ຽນວຽກງານ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ເນັ້ນໜັກວ່າ, ຮ່າໂນ້ຍ ໄດ້ເອົາໃຈໃສ່, ຊີ້ນຳ, ປະຕິບັດບັນດາມາດຕະການແກ້ໄຂໃໝ່ຢ່າງຄົບຊຸດ, ສ້າງເງື່ອນໄຂສະດວກສະບາຍໃຫ້ສ່ວນບຸກຄົນ, ວິສາຫະກິດທີ່ຢາກລົງທຶນເຂົ້າຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)
      

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top