• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມມືສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ໄປຍັງຕະຫລາດ ສິງກະໂປ

      ວັນທີ 21 ສິງຫາ, ບໍລິສັດ MM Mega Market ຫວຽດນາມ ຈຳກັດ (MMVN) ໄດ້ລົງນາມການຮ່ວມມືກັບບໍລິສັດ CMM Marketing Management PTE LTD ສິງກະໂປ ຢ່າງເປັນທາງການ ເພື່ອສົ່ງອອກຜະລິດຕະພັນກະເສດໄປຍັງຕະຫລາດ ສິງກະໂປ.

ພິທີລົງນາມການຮ່ວມມື (ພາບ: TTXVN)
      ຄາດວ່າ, ໃບສັ່ງຊື້ສິນຄ້າທຳອິດຈະຖືກ MMVN ສົ່ງອອກໄປຍັງ ສິງກະໂປ ໃນເດືອນ ກັນຍາ ນີ້, ລວມມື: ໝາກເຜັດຫວານ ດ່າລາດ, ມັນດ້າງ, ໝາກນາວບໍ່ມີແກ່ນ…ດ້ວຍປະລິມານທັງໝົດປະມານ 20 ໂຕນ.
        ກ່ອນໜ້ານັ້ນ, MMVN ກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MOU) ກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກ່ຽວກັບການຍູ້ແຮງການຈຳໜ່າຍສິນຄ້າ ຫວຽດນາມ ໃນລະບົບແຈກຢາຍຂອງ MMVN ຢູ່ ຫວຽດນາມ ແລະ ໜູນຊ່ວຍການສົ່ງອອກສິນຄ້າ ຫວຽດນາມ ໄປຍັງຕະຫລາດຕ່າງປະເທດ. ພ້ອມທັງ ຢືນຢັນຄຳໝັ້ນສັນຍາວ່າ ຈະຕິດພັນຍາວນານ ແລະ ມີຍຸດທະສາດການພັດທະນາເສດຖະກິດແບບຍືນຍົງຂອງ MMVN ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top