• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ


ທ່ານ ຫງວຽນຈີ໋ວີ້ງ ຕ້ອນຮັບຮອງ​ຜູ້​ຊ່ວຍ​ກຽກ
ລັດຖະມົນຕີກະຊວງການ​ປ້ອງ​ກັນປະ​ເທດອາ​ເມ​ລີ​ກາ.
(ພາບ: mod.gov.vn)
      ທີ່​ການ​ຕ້ອນຮັບ​ຕອນ​ບ່າຍ​ວັນ​ທີ 7/7, ຢູ່ສຳນັກງານກະຊວງປ້ອງ​ກັນປະ​ເທດ, ສອງ​ຝ່າຍ​ພ້ອມ​ກັນຕີ​ລາຄາວ່າ ຜົນ​ແຫ່ງ​ການ​ຮ່ວມ​ມືລະຫວ່າງ ສອງກະຊວງປ້ອງ​ກັນປະ​ເທດ ​ໃນ​ໄລຍະ​ຜ່ານມາ, ​ເໝາະ​ສົມກັບ ການ​ພົວພັນ “ຄູ່​ຮ່ວມ​ມືຮອບດ້ານ” ຫວຽດນາມ - ອາ​ເມ​ລິ​ກາ, ບັນດາກຳນົດ​ທິດ ​ໃນ​ຂອບເຂດ ​ບົດບັນທຶກ​ຊ່ວຍ​ຈຳກ່ຽວກັບຊຸກຍູ້​ການ​ພົວພັນປ້ອງ​ກັນຊາ​ດ 2 ຝ່າຍ ​​ເຊິ່ງໄດ້​ເຊັນກັນ​ໃນ ປີ 2011 ​ແລະ ວິ​ໄສ​ທັດລວມ ກ່ຽວກັບການ​ພົວພັນປ້ອງ​ກັນຊາ​ດ ປີ 2015. ກ່ຽວກັບທິດ​ທາງການ​ຮ່ວມ​ມື​ລະຫວ່າງສອງກະຊວງປ້ອງ​ກັນປະ​ເທດ, ທ່ານ​ ​ພົນ​ໂທ ຫງວຽນຈີ໋ວີ້ງ ສະ​ເໜີ ຝ່າຍ ອາ​ເມ​ລີ​ກາ​ສຶບຕໍ່ຊຸກຍູ້​ບັນດາ​ຂົງ​ເຂດ ທີ່ພວມ​ຮ່ວມ​ມື ຢ່າງມີ​ຜົນງານ ລະຫວ່າງ​ສອງ​ຝ່າຍ, ບຸລິມະສິດສຸມ​ໃສ່ ​ເຂົ້າ​ໃນການ​ແກ້​ໄຂຜົນ​ຮ້າຍຢ້ອນຫຼັງຈາກ​ສົງຄາມ, ​ກຳຈັດມົນລະພິດສິ່ງແວດລ້ອມ​ໂດຍທາດພິດດີ​ໂອ​ຊີ​ນ ກໍ່​ຂຶ້ນ, ມ້າງ​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງຄາມ, ໜູນຊ່ວຍມະນຸດສະທຳ, ກູ້​ຊ່ວຍ​ໄພ​ທຳ​ມະ​ຊາດ ​ແລະ ຊອກ​ຫາກູ້​ຊີ​ບ... ສ່ວນ​ທ່ານ  Thomas Ross ຮອງ​ຜູ້​ຊ່ວຍ​ວຽກກະຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິກາ ​ໄດ້ຮັບ​ຮອງບັນດາ​ຂໍ້​ສະ​ເໜີ ຂອງກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ​ເພື່ອສົ່ງ​ເຖິງ ກະຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ ​ໃນ​ໄລຍະ​​ໄວທີ່​ສຸດ​ ​ແລະ​ ຖືວ່າ ດ້ວຍ​ຄວາມມານະ​ພະຍາຍາມ ຂອງ​ສອງ​ຝ່າຍ, ການ​ພົວພັນ​ປ້ອງ​ກັນຊາດ ຈະ​​ແທດ​ຈິງ ​ແລະ ມີ​ປະສິດ​ທິຜົນກ່ວາ ​ໃນ​ໄລຍະ​ຈະ​ມາ​ເຖິງ
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top