• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບຮອງປະທານສະພາແຫ່ງຊາດ ລາວ

ການນຳສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາແຫ່ງຊາດ ລາວ ສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດນິຕິບັນຍັດ ກໍ່ຄືປະຕິບັດບັນດາພາລະໜ້າທີ່ຕິດຕາມກວດກາ ແລະ ຕັດສິນໃຈບັນດາບັນຫາໃຫຍ່ຂອງປະເທດຊາດ…
ຕອນບ່າຍວັນທີ 25 ເມສາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງ ຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
 
ທີ່ການພົບປະເຈລະຈາ (ພາບ: TTXVN)
ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ການເສີມຂະຫຍາຍໝາກຜົນອັນດີງາມໃນການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ  ຫວຽດນາມ ຫງວຽນຝູຈ້ອງ ແລະ ສືບທອດບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດນັ້ນ, ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຄວນຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃໝ່, ເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນບົດຮຽນໃນວຽກງານສ້າງກົດໝາຍ ເພື່ອຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ…ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ຢືນຢັນວ່າ: ການນຳສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາແຫ່ງຊາດ ລາວ ສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດນິຕິບັນຍັດ ກໍ່ຄືປະຕິບັດບັນດາພາລະໜ້າທີ່ຕິດຕາມກວດກາ ແລະ ຕັດສິນໃຈບັນດາບັນຫາໃຫຍ່ຂອງປະເທດຊາດ…
ຄະນະຜູ້ແທນຝ່າຍ ຫວຽດນາມ (ພາບ: TTXVN)
ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ສົມພັນ ແພງຄຳມີ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ລາວ ພວມກະກຽມການເລືອກຕັ້ງສະພາແຫ່ງຊາດຊຸດໃໝ່ ເຊິ່ງຈະດຳເນີນໃນປີ 2021. ສະພາແຫ່ງຊາດລາວ ປາດຖະໜາຢາກໃຫ້ສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນ, ຊ່ວຍສະພາແຫ່ງຊາດລາວ ເຄື່ອນໄຫວນັບມື້ນັບບັນລຸໄດ້ປະສິດທິຜົນສູງກ່ວາ; ພ້ອມທັງແບ່ງປັນບົດຮຽນການເລືອກຕັ້ງ ແລະ ການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ.
ຄະນະຜູ້ແທນຝ່າຍ ລາວ (ພາບ: TTXVN)
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top