• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງເປັນປະທານກອງປະຊຸມຄະນະຊີ້ນຳ IUU

ບັນດາສະມາຊິກໃນຄະນະຊີ້ນຳໄດ້ປຶກສາຫາລື, ສະເໜີບັນດາມາດຕະການແກ້ໄຂທີ່ເປັນເອກະພາບໃນວຽກງານສະກັດກັ້ນ, ຍົກເລີກບັນດາການເຄື່ອນໄຫວຂຸດຄົ້ນ IUU, ແກ້ໄຂການກ່າວເຕືອນ “ບັດເຫຼືອງ” ຂອງ ຄະນະກຳມະການເອີລົບ (EC) ສຳລັບຫວຽດນາມ.


ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ

(ພາບ: VGP)


ຕອນເຊົ້າວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ເປັນປະທານວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳການຜັນຂະຫຍາຍໜ້າທີ່ໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາສະມາຊິກໃນຄະນະຊີ້ນຳໄດ້ປຶກສາຫາລື, ສະເໜີບັນດາມາດຕະການແກ້ໄຂທີ່ເປັນເອກະພາບໃນວຽກງານສະກັດກັ້ນ, ຍົກເລີກບັນດາການເຄື່ອນໄຫວຂຸດຄົ້ນ IUU, ແກ້ໄຂການກ່າວເຕືອນ “ບັດເຫຼືອງ” ຂອງ ຄະນະກຳມະການເອີລົບ (EC) ສຳລັບຫວຽດນາມ, ໃນສະເພາະໜ້າ, ຕ້ອງກະກຽມວຽກງານຕ້ອນຮັບ, ເຮັດວຽກກັບຄະນະກວດກາຂອງ EC ໃຫ້ເປັນຢ່າງດີ ເຊິ່ງຄາດວ່າຈະມາເຮັດວຽກຢູ່ຫຽດນາມ ໃນຕົ້ນເດືອນ ພະຈິກ.
(ແຫຼ່ງຄັດຈາກ VOV)
 

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top