• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢ້ຽມຢາມ ມຽນມາ ແລະ ສ.ເກົາຫຼີ

ໂດຍໄດ້ຮັບຄຳເຊີນຂອງລັດຖະບານສະຫະພາບ ມຽນມາ ແລະ ສາທາລະນະລັດ ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາປະເທດນີ້ໃນລະຫວ່າງວັນທີ 16 – 23 ມິຖຸນາ.

ຈຸດປະສົງຂອງການໄປປະຕິບັດງານແມ່ນສືບຕໍ່ປັບປຸງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈກັບ ມຽນມາ, ສ.ເກົາຫຼີ ແລະ ເຮັດໃຫ້ການຮ່ວມມື 2 ຝ່າຍເລິກເຊິ່ງກ່ວາ, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ທະນາຄານ.

        ການຢ້ຽມຢາມ ມຽນມາ ໃນຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ຈະຊຸກຍູ້ເລື່ອງຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານໃນໄລຍະ 2019 – 2024 ໂດຍໄວ.

        ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ, 2 ຝ່າຍຈະດຳເນີນການຈັດຕັ້ງກອງປະຊຸມຄັ້ງທີ 1 ການເຈລະຈາເສດຖະກິດຂັ້ນຮອງນາຍົກລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ, ຕາມການຄາດຄະເນ 2 ຝ່າຍຈະພ້ອມກັນແລກປ່ຽນໃນບັນດາຂົງເຂດໃຫຍ່ຄື: ການຄ້າ ແລະ ການລົງທຶນ, ອຸດສາຫະກຳ, ການເງິນທະນາຄານ ແລະ ຮ່ວມມືພັດທະນາ, ພະລັງງານ, ສາທາລະນະສຸກ ແລະ ແຮງງານ…

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top