• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະວິສາຫະກິດ ສະວິດ

ສຳລັບເອີຣົບ ເວົ້າລວມ, ຫວຽດນາມ ຈະໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງ ສອງຝ່າຍໂດຍໄວ ໃນຕົ້ນປີ 2019, ພ້ອມນັ້ນກ້າວໄປເຖິງການລົງນາມຮ່ວມມືກັບກຸ່ມການຄ້າເສລີ ເອີຣົບ (EFTA) ລວມມີ 4 ປະເທດ...


ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຮ້ວ ທີ່ການຕ້ອນຮັບ

(ພາບ: Quốc Thanh/VGP)

ຕອນບ່າຍວັນທີ 5 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບການນຳທະນາຄານ Credit Suisse ແລະ ວິສາຫະກິດ ສະວິດ ຈຳນວນໜຶ່ງ ໂດຍທ່ານ Andreas Gerber, ຜູ້ອຳນວຍການຝ່າຍບໍລິຫານ ທັງເປັນການນຳກຸ່ມວິສາຫະກິດທົ່ວໂລກ ນຳໜ້າ ກຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້: ສຳລັບເອີຣົບ ເວົ້າລວມ, ຫວຽດນາມ ຈະໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງ ສອງຝ່າຍໂດຍໄວ ໃນຕົ້ນປີ 2019, ພ້ອມນັ້ນກ້າວໄປເຖິງການລົງນາມຮ່ວມມືກັບກຸ່ມການຄ້າເສລີ ເອີຣົບ (EVFTA) ລວມມີ 4 ປະເທດໃນນັ້ນມີ ສະວິດ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, ບັນດາຂົງເຂດທີ່ວິສາຫະກິດ ສະວິດ ມີຄວາມສົນໃຈກໍ່ແມ່ນບັນດາຂົງເຂດຈຸດສຸມ ທີ່ລັດຖະບານ ຫວຽເນາມ ຢາກຮຽກຮ້ອງ ບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ. ຄຽງຄູ່ກັນນັ້ນ, ບັນດາວິສາຫະກິດມີກຳລັງຄວາມສາມາດບໍລິຫານກ້າວໜ້າ, ເປັນເຈົ້າຂອງເຕັກໂນໂລຊີແຖວໜ້າຂອງ ສະວິດ ສາມາດເຂົ້າຮ່ວມລົງທຶນເຂົ້າໃນບັນດາຂົງເຂດອື່ນຄື ການເງິນ - ທະນາຄານ, ຊື້ຂາຍ, ໂຮມວິສາຫະກິດເຂົ້າກັນ, ບໍລິການສາທາລະນະສຸກ, ການລົງທຶນທີ່ມີຄວາມສ່ຽງສູງ.

ຕີລາຄາສູງຖານະບົດບາດ ຂອງຕະຫຼາດ ຫວຽດນາມ ໃນພາກພື້ນອາຊີ - ປາຊິຟິກ, ທ່ານ Andreas Gerber ໃຫ້ຮູ້ວ່າ, ວິສາຫະກິດ ສະວິດ ຫຼາຍແຫ່ງ ໄດ້ຮ່ວມມື, ລົງທຶນຫຼາຍໂຄງການຢູ່ ຫ້າຍຟ່ອງ, ນິງບິ່ງ, ດາໜັງ, ນະຄອນ ໂຮ່ຈີມິນ ແລະ ເຂດທົ່ງພຽງແມ່ນ້ຳຂອງ. ດ້ວຍທ່າແຮງທາງດ້ານ ວິທະຍາສາດ ເຕັກໂນໂລຊີ, ບັນດາວິສາຫະກິດ ສະວິດ ຢາກສືບຕໍ່ເປີດກ້ວາງການລົງທຶນ ຢູ່ ຫວຽດນາມ ໃນບັນດາຂົງເຂດພະລັງງານ, ພື້ນຖານໂຄງລ່າງ, ການສຶກສາ, ບຳລຸງສ້າງ, ການທ່ອງທ່ຽວ…

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top