• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກວດກາຄວາມຄືບໜ້າຜັນຂະຫຍາຍເສັ້ນທາງຄວາມໄວສູງ ຈູງເລືອງ - ເກິນເທີ

      ຕອນບ່າຍວັນທີ 26 ພຶດສະພາ, ເມື່ອລົງກວດກາຄວາມຄືບໜ້າໃນການຜັນຂະຫຍາຍເສັ້ນທາງຄວາມໄວສູງ ຈູງເລືອງ - ເກິນເທີ,

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກວດກາຄວາມຄືບໜ້າຜັນຂະຫຍາຍເສັ້ນທາງຄວາມໄວສູງ ຈູງເລືອງ - ເກີນເທີ 
      ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດານັກປະມູນສຸມໃສ່ຊີ້ນຳ, ຜັນຂະຫຍາຍປະຕິບັດດ້ວຍຄວາມຮຽກຮ້ອງຕ້ອງການຕ້ອງເຊື່ອມຕໍ່ເສັ້ນທາງຄວາມໄວສູງຈາກນະຄອນ ໂຮ່ຈີມິນ ໄປຫາ ເກີນເທີ ໃນປີ 2020. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການຮັບປະກັນຄຸນນະພາບກິດຈະກຳ, ມີຄວາມປອດໄພຢ່າງເດັດຂາດໃນວິວັດການກໍ່ສ້າງ.
        ເສັ້ນທາງຄວາມໄວສູງ ຈູງເລືອງ - ເກິນເທີ ລວມມີ 2 ໄລຍະທາງແມ່ນ ນະຄອນ ໂຮ່ຈີມິນ - ຈູງເລືອງ ແລະ ຈູງເລືອງ - ໝີທ້ວນ - ເກິນເທີ. ປັດຈຸບັນ ໄລຍະທາງແຕ່ນະຄອນ ໂຮ່ຈີມິນ - ຈູງເລືອງ ໄດ້ສຳເລັດ ແລະ ນຳເຂົ້າເຄື່ອນໄຫວແລ້ວ, ສ່ວນໄລຍະທາງ ຈູງເລືອງ - ໝີທ້ວນ - ເກີນເທີ ພວມຕັ້ງໜ້າຜັນຂະຫຍາຍ.
 (ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top