• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບິງມິງ ເປັນປະທານກອງປະຊຸມກ່ຽວກັບບັນດາໂຄງການນຳໃຊ້ທຶນກູ້ຢືມຈາກ WB ແລະ ADB

      ຕອນບ່າຍວັນທີ 02 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ເປັນປະທານກອງປະຊຸມ ເພື່ອແນໃສ່ກວດກາຄືນ, ແກ້ໄຂຂໍ້ຕິດຂັດ, ຊຸກຍູ້ການກະກຽມ ແລະ ຜັນຂະຫຍາຍ 26 ໂຄງການທີ່ນຳໃຊ້ທຶນກູ້ຢືມຈາກທະນາຄານໂລກ (WB) ແລະ ທະນາຄານພັດທະນາອາຊີ (ADB) ໃນປີ 2017 – 2018.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມຟ້າມບິງມິງເປັນປະທານກອງປະຊຸມ
(ພາບ:Thoibaotaichinhvietnam.vn)
      ເມື່ອສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບ ODA ແລະ ທຶນກູ້ຢືມບຸລິມະສິດ, ປະກອບຄຳເຫັນສຳລັບແຕ່ລະໂຄງການ; ພ້ອມທັງມອບໃຫ້ທະນາຄານແຫ່ງລັດສັງລວມຄຳເຫັນຈາກບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ເພື່ອສະເໜີໃຫ້ຂັ້ນມີສິດອຳນາດພິຈາລະນາ, ຕັດສິນສຳລັບບັນດາໂຄງການສືບຕໍ່ຜັນຂະຫຍາຍ. ກະຊວງແຜນການ ແລະ ການລົງທຶນໄດ້ສະຫຼຸບບັນດາໂຄງການນຳໃຊ້ທຶນກູ້ຢືມຈາກຕ່າງປະເທດ ທີ່ໄດ້ຮັບການອະນຸມັດຜ່ານ ແຕ່ຍັງບໍ່ທັນມີແຜນການລົງທຶນສາທາລະນະໄລຍະກາງ ເພື່ອຮັບປະກັນໃຫ້ບັນດາໂຄງການດັ່ງກ່າວ ໄດ້ຜັນຂະຫຍາຍໂດຍໄວ ແນໃສ່ບັນລຸປະສິດທິຜົນສູງສຸດໃນການນຳໃຊ້ທຶນກູ້ຢືມ ເຊິ່ງຫວຽດນາມຕ້ອງຈ່າຍດອກເບ້ຍ ພາຍຫຼັງບັນດາສັນຍາກູ້ຢືມມີຜົນສັກສິດ. ພິເສດ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນເປັນປະທານ, ລາຍງານໃຫ້ຄະນະປະຈຳລັດຖະບານກ່ຽວກັບການກຳນົດທິດໃນການລະດົມ, ນຳໃຊ້ບັນດາແຫຼ່ງທຶນໃນໄລຍະຈະມາເຖິງໂດຍໄວ, ໂດຍສະເພາະແມ່ນແຫຼ່ງທຶນກູ້ຢືມໃຫ້ບຸລິມະສິດບໍ່ເຕັມຮ້ອຍ.
        ບັນດາໂຄງການນຳໃຊ້ທຶນກູ້ຢືມຈາກທະນາຄານໂລກ (WB) ແລະ ທະນາຄານພັດທະນາອາຊີ (ADB) ໄລຍະ 2017 – 2018 ສຸມໃສ່ບັນດາຂົງເຂດຈຳເປັນ ຄື ພັດທະນາພື້ນຖານໂຄງລ່າງ, ຍົກສູງຄຸນນະພາບດ້ານການສຶກສາຢູ່ຂັ້ນມະຫາວິທະຍາໄລ, ພັດທະນາຕົວເມືອງ, ສ້າງຊົນນະບົດໃໝ່, ລົງທຶນພັດທະນາຕາໜ່າງສາທາລະນະສຸກຂັ້ນຮາກຖານ, ຍົກສູງປະສິດທິຜົນຂອງການນຳໃຊ້ແຫຼ່ງຊັບພະຍາກອນນ້ຳໃຫ້ບັນດາແຂວງທີ່ຖືກຜົນສະທ້ອນຈາກໄພແຫ້ງແລ້ງ ...
 (ແຫຼ່ງຄັດຈາກ VOV)

 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top