• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງຢ້ຽມຢາມສິງກະໂປຢ່າງເປັນທາງການ

      ໃນລະຫວ່າງວັນທີ 13 – 15 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີສິງກະໂປ ຊຽວຈູງສຽນ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ
ພົບປະເຈລະຈາກັບປະທານາທິດບໍດີ Tony Keng Yam 
(ພາບ: VGP)
      ໃນໄລຍະຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ມີການເຈລະຈາ ກັບທ່ານຮອງນາຍົກລັດຖະມົນຕີ ຊຽວຈູງສຽນ, ພົບປະເຈລະຈາກັບປະທານາທິດບໍດີ Tony Keng Yam, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ….
        ທີ່ບັນດາການພົບປະ, ເຈລະຈາ, 2 ຝ່າຍໄດ້ເນັ້ນໜັກວ່າ, ຫວຽດນາມ ແລະ ສິງກະໂປ ໄດ້ແບ່ງປັນຄຸນຄ່າ ແລະ ຜົນປະໂຫຍດລວມກ່ຽວກັບສັນຕິພາບ ແລະ ການພັດມະນາຢ່າງວັດທະນາຖາວອນ, ພ້ອມກັບມີຄວາມຕ້ອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ…
        ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, 2 ຝ່າຍໃຫ້ຂໍ້ສັງເກດກ່ຽວກັບສະພາບການຢູ່ທະເລຕາເວັນອອກ ທີ່ຍັງມີການຜັນແປສັບສົນຫຼາຍຢ່າງ, ຮຽກຮ້ອງໃຫ້ຕ້ອງຮັກສາການທາບທາມຄວາມເຫັນ ແລະ ຮ່ວມມືເຊິ່ງກັນແລະກັນຢ່າງແໜ້ນແຟ້ນ, ແລະ ບັນດາປະເທດອາຊຽນ ອື່ນສ້າງອາຊຽນ ແຫ່ງສາມັກຄີ, ເອກະພາບ, ສວນບົດບາດໃຈກາງໃນການແກ້ໄຂບັນດາບັນຫາຍຸດທະສາດພາກພື້ນ, ພິເສດແມ່ນບັນຫາທະເລຕາເວັນອອກ.
        ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 15 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ໄປຢື້ຢາມຖາມຂ່າວ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳສິງກະໂປ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງານ ແລະ ຮ່ຳຮຽນຢູ່ທີ່ນີ້.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top