• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະກັບບັນດາວິສາຫະກິດອິນເດຍ

      ຕອນເຊົ້າວັນທີ 05 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມການພົບປະໂຕະມົນວິສາຫະກິດອິນເດຍ, ໂດຍສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳອິນເດຍ ສົມທົບກັບສະຖານທູດຫວຽດນາມ ປະຈຳອິນເດຍ ຈັດຕັ້ງຢູ່ນະຄອນຫຼວງ New Delhi.

ການພົບປະໂຕະມົນວິສາຫະກິດອິນເດຍ
(ພາບ: TTXVN)
      ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ຫວຽດນາມ ພວມມານະພະຍາຍາມສ້າງຕັ້ງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດອິນເດີຍ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການປະຕິຮູບ, ສ້າງລະບົບກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ຕາມທິດສະເໝີຕົ້ນສະເໝີປາຍ, ກະຈ່າງແຈ້ງ ແລະ ມີການຄາດຄະເນ, ພິເສດຖືເປັນສຳຄັນຂົງເຂດວິສາຫະກິດພາກເອກະຊົນ ແລະ ການລົງທຶນຕ່າງປະເທດ, ມີບັນດາແຜນນະໂຍບາຍສົ່ງເສີມການລົງທຶນເຂົ້າຂົງເຂດເຊິ່ງຫວຽດນາມ ມີຄວາມຕ້ອງການສູງ.
 (ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top