• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກກ່ຽວກັບວິທີການຊັບຊ້ອນບັນດາລັດວິສາຫະກິດ


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ
(ພາບ: baochinhphu.vn)
      ຕອນ​ບ່າຍ​ວັນ​ທີ 06/02, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປ່ຽນ​ໃໝ່ ແລະ​ ພັດ​ທະ​ນ​າ​ວິ​ສາ​ຫ​ະ​ກິດ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການກ່ຽວ​ກັບ​ວິ​ທີ​ການ​ຊັບ​ຊ້ອນ​ບັນ​ດາ​ລັດ​ວິ​ສາ​ຫະ​ກິ​ດ​, ວິ​ສາ​ຫະ​ກິດ​ມີ​ທຶນ​ປະ​ກອບ​ຂອງ​ລັດ ໂດຍ​ກະ​ຊວງກໍ່​ສ້າງ​ເປັນ​​ຄົວ​ແທນ​ກຳ​ມະ​ສິດ​ໄລ​ຍະ 2016 – 2020. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງກໍ່​ສ້າງ ຟ້າມ​ຮົ່ງ​ຮ່າ ໃຫ້​ຮູ້​ວ່າ, ໄລ​ຍະ 2016 – 2020 ຈ​ະ​ສືບ​ຕໍ່​ປະ​ຕິ​ບັດ​ການ​ຊັບ​ຊ້ອນ, ສ້າງ​ໂຄງ​ປະ​ກອບ​ຄື​ນ​ໃໝ່​ຢ່າງ​ຮອບ​ດ້ານ​ສຳ​ລັບ​ວິ​ສາ​ຫະ​ກິດ 16 ແຫ່ງ (ລວມ​ມີ ບໍ​ລິ​ສັດ​ໃຫຍ່ - ບໍ​ລິ​ສັດ​ຫຸ້ນ​ສ່ວນ 12 ແຫ່ງ; ບໍ​ລິ​ສັດ​ໃຫຍ່ - ບໍ​ລິ​ສັດ​ຈຳ​ກັດ​ຜູ້​ດຽວ 4 ແຫ່ງ) ເຊິ່ງ​ຈຸ​ດ​ສຸມ​ແມ່ນ​ສິ້ນ​ສຸດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ແລະ ສືບ​ຕໍ່​ຖອນ​ທຶນ​ຕາມ​​ຂັ້ນ​ຕອນ​ຢ່າງ​ເໝາະ​ສົມ.
        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ກະ​ຊວງກໍ່​ສ້າງ​ປັບ​ປຸງ​ຂັ້ນ​ຕອນ​ຖອນ​ທຶນ ແລະ ມອ​ບ​ສົ່ງ​ສິດ​​ເປັນ​ຕົວ​ແທນກຳ​ມະ​ສິດ​ພາກ​ລັດ​ຢູ່​ວິ​ສາ​ຫະ​ກິດ​ຢ່າງ​ຄົບ​ຖ້ວນ ແລະ ຖືກ​ຕາມ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ, ເພື່ອ​ຜົນ​ປະ​ໂຫຍດ​ສູງ​ສຸດຂອງ​ລັດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top