
ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງ ກ່າວຄຳເຫັນທີ່ລາຍການ
“ລະດູບານໃໝ່ຢູ່ເຂດໝູ່ເກາະທີ່ຫ່າງໄກ” ຄັ້ງທີ 2
ວັນທີ 17/12, ຢູ່ນະຄອນໂຮ່ຈິມິນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ເຂດໝູ່ເກາະທີ່ຫ່າງໄກ” ຄັ້ງທີ 2 ໂດຍກອງທຶນສຶກສາ ວືອາຢິ້ງ, ສະໂມສອນ “ເພື່ອຮ່ວາງຊາ ແລະ ເຈືອ່ງຊາທີ່ຮັກແພງ” ສົມທົບກັບສະຖານີໂທລະພາບນະຄອນໂຮ່ຈິມິນຈັດຂຶ້ນ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ຕີລາຄາສູງຄວາມໝາຍຂອງ ລາຍການ “ລະດູບານໃໝ່ຢູ່ເຂດໝູ່ເກາະທີ່ຫ່າງໄກ” ຊຶ່ງຖືກຈັດຂຶ້ນເປັນຄັ້ງທີ 2 ແລະ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນຂົວເຊື່ອມຕໍ່ທີ່ແທດຈິງຂອງບັນດານ້ຳໃຈຄວາມຮັກແພງ ແລະ ຄວາມເຊື່ອໝັ້ນລະຫວ່າງດິນຕໍ່ແຜ່ນ ແລະ ເຂດໝູ່ເກາະທະເລ.
“ລະດູບານໃໝ່ຢູ່ເຂດໝູ່ເກາະທີ່ຫ່າງໄກ” ຄັ້ງທີ 2
(ແຫຼ່ງຄັດຈາກ VOV)