• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ
ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ
(ພາບ: Ph
m Kiên/TTXVN)
          ຕອນ​ເຊົ້າ​ວັນ​ທີ 27/2, ​ໄດ້ໄຂ​ກອງ​ປະຊຸມ​ວົງແຄບ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ຢູ່​ນະຄອນຫຼວງ ວຽງ​ຈັນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ມາ​ຈາກ 10 ປະ​ເທດ​ອາ​ຊຽນ​ ​ແລະ ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິ​ງ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ ຟ້າ​ມບີ່​ງມິ​ງ ​ເປັນ​ຫົວໜ້າ​ຄະນະ. ກ່າວ​ຄຳ​ເຫັນທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ເນັ້ນ​ໜັກ​ເຖິງ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ວັນ​ທີ 31/12/2015 ​ແມ່ນ​ຜົນງານ​ລວມຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອາ​ຊຽນ ​ໃນ​ຕະຫຼອດ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ​ຜ່ານ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຂອງ ອາ​ຊຽນ ​ແລະ ບັນດາ​ຂໍ້​ລິ​ເລີ່​ມອີງ​ໃສ່​ບັນດາ​ຫຼັກການ ​ແລະ ວິທີ​ຮ່ວມ​ມື​ສະ​ເພາະ​ຂອງ ອາ​ຊຽນ. ປີ 2016, ​ແມ່ນ​ປີ​ສຳຄັນ​ຂອງ ອາ​ຊຽນ. ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາຊຽນ 2025 ​ແລະ 3 ​ແຜນການ​ສັງ​ລວມຢ່າງ​ມີ​ປະສິດທິ​ຜົນ​ດ້ວຍ​ຈຸດໝາຍ​ຮັກສາ ​ແລະ ​ເພີ່ມ​ທະວີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວິ​ໄສ​ທັ​ດມຸ່ງ​ໄປ​ເຖິງ​ນອກ​ພາກ​ພື້ນ ອາ​ຊຽນ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ ​ແລະ ຄວາມ​ມານະ​ພະຍາຍາມ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ​ລະ​ຫວ່າງ​ບັນດາ​ປະ​ເທດ​ສະມາຊິກ.
        ກອງ​ປະຊຸມ​ວົງ​ແຄບ​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ ອາ​ຊຽນ ​ແມ່ນ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ ອາ​ຊຽນ ທຳ​ອິດ​​ໃນ​ປີ ປະທານ ອາ​ຊຽນ 2016 ຂອງ​ລາວ, ​ແມ່ນ​ໂອກາດ​ເພື່ອ​​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ບຸລິມະສິດ​ໃນ​ປີປະທານ ອາ​ຊຽນ ຂອງ​ລາວ ​ແລະ ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.
 (​ແຫຼ່ງຄັດ​ຈາກ VOV)
 



ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top