• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການວິໄສທັດໂລກໜູນຊ່ວຍ ປັບປຸງຊີວິດການເປັນຢູ່ຂອງຜູ້ທຸກຍາກແຂວງກວາງຈີ້

(ພາບປະກອບ)
           ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ຫາ​ກໍ່​ເຊັນ​ອະນຸມັດ​ລາຍການ​ໜູນ​ຊ່ວຍ​ພັດທະນາ​ແຂວງ ກວາງ​ຈີ້ ​ໂດຍອົງການ​ວິ​ໄສ​ທັດ​ໂລ​ກ (WVI) ປະຈຳ ຫວຽດນາມ ອຸປະຖຳ, ດ້ວຍ​ຍອດ​ມູນ​ຄ່າ​ແມ່ນ1,8 ລ້ານ​ກວ່າ USD. ລາຍການ​ຈະ​ໄດ​້ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ 2 ປີ​ຢູ່ 4 ​ເມືອງ. ຈຸດປະສົງ​ຂອງ​ລາຍການ​ແມ່ນ​ເພື່ອ​ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທຸກ​ຍາກ, ພິ​ເສດ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ, ຜ່ານ​ການ​ພັດທະນາ​ພາຫະນະ​ລ້ຽງ​ຊີວິດ, ພັດທະນາ​ການ​ສຶກສາ, ສົ່ງ​ເສີມ​ສຸຂະພາບ, ອຸປະ​ກະລະ ​ແລະ ປົກ​ປ້ອງ​ເດັກ… ທ່ານ ຫງວຽນ​ດຶກ​ກວາງ, ຮອງ​ຜູ້ອຳນວຍການ​ພະ​ແນ​ກພົວພັນ​ຕ່າງປະ​ເທດ, ​ແຂວງ ກວາງ​ຈີ້, ​ໃຫ້​ຮູ້​ວ່າ:
        “ປະຈຸ​ບັນ, ອົງການ​ວິ​ໄສ​ທັດ​ໂລກ ຕົກລົງ​ຈະ​ສຸມ​ໃສ່​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ປາ​ໂກ, ​ເວິນ​ກ່ຽວ. ດ້ວຍຈຸດປະສົງ​ຕົ້ນຕໍ​ແມ່ນ​ຍົກ​ສູງຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ຄົນ​ທຸກ​ຍາກ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຫາ​ເງິນ​ລ້ຽງ​ຊີບ, ໜູນ​ຊ່ວຍ​ປະຊາ​ຄົມ… ການ​ຊ່ວຍ​ເຫຼືອ​ຂອງ​ອົງການ​ວິ​ໄສ​ທັດ​ໂລກ ​ແມ່ນ​ຊ່ວຍ​ເຫຼືອ​ລ້າ“.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top