• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ມາໄລເຊຍ ແລກປ່ຽນບົດຮຽນໃນການຈັດຕັ້ງ ASOSAI

      ວັນທີ 20 ມີນາ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ຫົວໜ້າ ອົງການກວດສອບແຫ່ງລັດ ໂຮ່ດຶກເຟິກ ໄດ້ໃຫ້ການຕ້ອນຮັບ ທ່ານ Khalid Khan Bin Abdullah Khan ຮອງຫົວໜ້າອົງການກວດສອບແຫ່ງລັດມາໄລເຊຍ ພວມເຮັດວຽກຢູ່ຫວຽດນາມ.

ທ່ານ ຫົວໜ້າ ອົງການກວດສອບແຫ່ງລັດ ໂຮ່ດຶກເຟິກ ຕ້ອນຮັບ ທ່ານ Khalid Khan Bin Abdullah Khan
ຮອງຫົວໜ້າອົງການກວດສອບແຫ່ງລັດມາໄລເຊຍ 
      ທີ່ການເຮັດວຽກ, ທ່ານ ໂຮ່ດຶກເຟິກ ໃຫ້ຮູ້ວ່າ ຂະແໜງກວດສອບຫວຽດນາມພວມກໍ່ສ້າງຍຸດທະສາດພັດທະນາການກວດສອບເຕັກໂນໂລຢີຂໍ້ມູນຂ່າວສານຮອດປີ 2030. ຝ່າຍຫວຽດນາມຫວັງວ່າ ຈະໄດ້ຮັບການໜູນຊ່ວຍຈາກ ອົງການກວດສອບມາໄລເຊຍ ໃນການບຳລຸງສ້າງຊັບພະຍາກອນມະນຸດ ເພື່ອຮັບໃຊ້ການກວດສອບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ບັນດາຂົງເຂດອື່ນໆອີກ.
         ທ່ານ ຫົວໜ້າ ອົງການກວດສອບແຫ່ງລັດ ໂຮ່ດຶກເຟິກ ກໍໃຫ້ຮູ້ຕື່ມວ່າ ປັດຈຸບັນ ອົງການກວດສອບແຫ່ງລັດຂອງຫວຽດນາມ ພວມກະກຽມບັນດາຂັ້ນຕອນສຸດທ້າຍ ເພື່ອຮັບໃຊ້ໃຫ້ແກ່ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງສະຖາບັນບັນດາອົງການກວດສອບແຫ່ງລັດສູງສຸດພາກພື້ນ ອາຊີ (ASOSAI 14) ເຊິ່ງຫວຽດນາມຮັບຜິດຊອບໜ້າທີ່ເປັນເຈົ້າພາບ. ອົງການກວດສອບແຫ່ງລັດ ຫວຽດນາມປາດຖະໜາວ່າ ອົງການກວດສອບແຫ່ງລັດ ມາໄລເຊຍ, ເຊິ່ງເປັນປະທານ ASOSAI ສະໄໝ 2015 – 2018, ຈະແບ່ງປັນບົດຮຽນ ເພື່ອຈັດຕັ້ງກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດ ກໍຄືກໍ່ສ້າງລາຍການແຜນການ ເປັນປະທານ ASOSAI ໄລຍະ 2018 – 2021.  
 (ແຫຼ່ງຄັດຈາກ VOV)

ໂອ​ກາດ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈາກ​ແຜນ​ການ 15 ຂໍ້

ໂອ​ກາດ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈາກ​ແຜນ​ການ 15 ຂໍ້

ພາຍຫຼັງການປະທະກັນຢູ່ພາກພື້ນຕາເວັນອອກກາງ ລະຫວ່າງ ອາເມລິກາ - ອິດສະລາແອັນກັບອີຣານ ລະເບີດຂຶ້ນເປັນເວລາ 1 ເດືອນ ແລະ ມີຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງນັ້ນ ເປັນຄັ້ງທຳອິດ ການປະທະກັນນັ້ນມີໂອກາດໄດ້ຮັບການແກ້ໄຂດ້ວຍເສັ້ນທາງໂອ້ລົມສົນທະນາ, ເມື່ອຝ່າຍອາເມລິກາ ສະເໜີ ແຜນການ 15 ຂໍ້ ກັບອີຣານ ເພື່ອແນໃສ່ຢຸດຕິການປະທະກັນ. ເຖິງຢ່າງໃດກໍຕາມ, ບັນດາຄວາມສ່ຽງການປະທະກັນເພີ່ມຂຶ້ນແມ່ນຍັງໃຫຍ່ຫຼວງທີ່ສຸດ.

Top