• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອູຫັ້ນ (ຈີນ) ຈະເຊື່ອມຕໍ່ຫຼາຍຖ້ຽວບິນໄປຍັງ ອາຊີຕາເວັນອອກສ່ຽງໃຕ້ຄືນໃໝ່

      ປັດຈຸບັນ, ສະໜາມບິນ ແທນເຄື໊ອ ພວມຕັ້ງໜ້າກະກຽມການເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນສາກົນຈາກ ອູຫັ້ນໄປຍັງ ເຊີອູນ (ສ.ເກົາຫຼີ), ສິງກະໂປ, ທ່າອາກາດສະຍານ Sihanouk (ກຳປູເຈຍ), ກົວລາລຳປົວ ( ມາເລເຊຍ), ຈາກາຕາ (ອິນໂດເນເຊີຍ).

ສະໜາມບິນ ແທນເຄື໊ອ ຂອງນະຄອນອູຫັ້ນ (ພາບ: cjn.cn)
      ບັນດາຖ້ຽວບິນພາຍໃນປະເທດຂອງ ຈີນ ໄປຍັງ ອູຫັ້ນ ພວມຄ່ອຍໆກັບຄືນສູ່ສະພາບທີ່ເປັນປົກກະຕິ ຄືເວລາກ່ອນເກີດໂລກລະບາດ Covid -19, ໃນຂະນະນັ້ນ ບັນດາຖ້ຽວບິນສາກົນພວມ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢ່າງຮີບດ່ວນ, ໃນນັ້ນມີຫຼາຍຖ້ຽວບິນທີ່ມາຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຕາມກຸ່ມບໍລິສັດສະໜາມບິນ ຮູ້ເປີຍແລ້ວ, ໃນວັນທີ 11 ກັນຍາ, ບັນດາຖ້ຽວບິນພາຍໃນປະເທດໄດ້ສົ່ງຜູ້ໂດຍສານໄປຍັງສະໜາມບິນ ແທນເຄື໊ອ ຂອງນະຄອນອູຫັ້ນເພີ່ມຂຶ້ນເຖິງ 505 ຖ້ຽວ ດ້ວຍຈຳນວນຜູ້ໂດຍສານປະມານ 64.700 ເທື່ອຄົນ, ບັນລຸລະດັບສະຖິຕິສູງທີ່ສຸດນັບແຕ່ເວລາ ອູຫັ້ນລົບລ້າງຄຳສັ່ງປິດເມືອງໃນວັນທີ 8 ເມສາ, ທຽບເທົ່າກັບໄລຍະດຽວກັນຂອງປີ 2019.
        ປັດຈຸບັນ, ສະໜາມບິນ ແທນເຄື໊ອ ພວມຕັ້ງໜ້າກະກຽມການເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນສາກົນຈາກ ອູຫັ້ນໄປຍັງ ເຊີອູນ (ສ.ເກົາຫຼີ), ສິງກະໂປ, ທ່າອາກາດສະຍານ Sihanouk (ກຳປູເຈຍ), ກົວລາລຳປົວ ( ມາເລເຊຍ), ຈາກາຕາ (ອິນໂດເນເຊີຍ).
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top