• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນແລະລັດ​ເຊຍ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ກ່ວາ​ອີກ

ວັນທີ 13 ມີນາ, ຢູ່ສຳນັກງານຄະນະເລຂາອາຊຽນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ຄະນະກຳມະການຮ່ວມມືລວມອາຊຽນ - ລັດເຊຍ (ARJCC) ໄດ້ຈັດຕັ້ງກອງປະຊຸມປະຈຳປີຂັ້ນເອກອັກຄະລັດຖະທູດຄັ້ງທີ 18 ເພື່ອແນໃສ່ສຳຫຼວດກວດຄືນແລະແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການແລະການເຄື່ອນໄຫວຮ່ວມມືສອງຝ່າຍ.

ສະມາຊິກຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ ແລະ ຜູ້ຕາງໜ້າຄະນະເລຂາ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາໝາກຜົນການຮ່ວມມືຢ່າງຕັ້ງໜ້າເຊິ່ງບັນລຸໄດ້ໃນບັນດາຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ - ສັງຄົມ. ໃນຊຸມປີມໍ່ໆມານີ້,ການຄ້າສອງສົ້ນລະຫວ່າງອາຊຽນແລະລັດເຊຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໂດຍສະເພາະປີ 2018, ບັນລຸໄດ້ 19,8 ຕື້ USD, ເພີ່ມຂຶ້ນເກືອບ 8% ເມື່ອທຽບໃສ່ປີ 2017.

ລັດເຊຍຢັ້ງຢືນວ່າອາຊຽນແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງລັດເຊຍ, ລັດເຊຍກໍ່ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນການປະກອບສ່ວນຮັກສາສັນຕິພາບແລະສະຖຽນລະພາບໃນພາກພື້ນ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກພາກພື້ນໂດຍອາຊຽນນຳພາ.

ໃນໄລຍະຈະມາເຖິງ, ບັນດາປະເທດອາຊຽນແລະລັດເຊຍເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ - ລັດເຊຍເລິກເຊິ່ງກ່ວາອີກ, ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ອາຊຽນແລະລັດເຊຍເຫັນດີເປັນເອກະພາບນຳກັນວ່າຈະຊຸກຍູ້ການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງໄພທຳມະຊາດໃນປີ 2020.

 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top