• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຍີ່ປຸ່ນ ຢັ້ງຢືນການພົວພັນສຳພັນທະມິດ, ຮ່ວມມືໃນຫຼາຍບັນຫາຢູ່ພາກພື້ນ ແລະ ທົ່ວໂລກ

      ກ່າວຄຳເຫັນທີ່ການຖະແຫຼງຂ່າວລວມ ພາຍຫຼັງການເຈລະຈາ, ທ່ານ ປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ອາເມລິກາ ແລະ ຍີ່ປຸ່ນ ຈະຮ່ວມລົງທຶນເຂົ້າບັນດາຂົງເຂດຄື ເຄືອຂ່າຍ 5G, ພູມປັນຍາທຽມ
ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide 
      (ພາບ: AFP/TTXVN)
      ຕອນເຊົ້າວັນທີ 17 ເມສາ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ມີການເຈລະຈາຢູ່ທຳນຽບຂາວ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດ ຂອງ ການນຳສອງທ່ານ ແລະ ເປັນຄັ້ງທຳອິດ ທີ່ທ່ານປະທານາທິບໍດີ Joe Biden ໃຫ້ການຕ້ອນຮັບການນຳຕ່າງປະເທດ ນັບແຕ່ເວລາ ທ່ານດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ. ກ່າວຄຳເຫັນທີ່ການຖະແຫຼງຂ່າວລວມ ພາຍຫຼັງການເຈລະຈາ, ທ່ານ ປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ອາເມລິກາ ແລະ ຍີ່ປຸ່ນ ຈະຮ່ວມລົງທຶນເຂົ້າບັນດາຂົງເຂດຄື ເຄືອຂ່າຍ 5G, ພູມປັນຍາທຽມ…
        ການນຳສອງທ່ານກໍ່ໄດ້ເຕື້ອງເຖິງບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ ຄື ການເຄື່ອນໄຫວຂອງ ຈີນ ທີ່ພວມເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ, ສະພາບການໃນແຫຼມເກົາຫຼີ. ທ່ານປະທານາທິບໍດີ Joe Biden ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບການປົກປ້ອງໝູ່ເກາະ Senkaku ຂອງ ຍີ່ປຸ່ນ ຢູ່ທະເລຮວາຕຸງ ເຊິ່ງ ຈີນກໍ່ຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ໝູ່ເກາະ ຕຽວອີ. ທ່ານນາຍົກລັດຖະມົນຕີ Suga ເນັ້ນໜັກວ່າ: ອາເມລິກາ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບຄັດຄ້ານທຸກຄວາມມານະພະຍາຍາມ ເຊິ່ງເຮັດໃຫ້ປ່ຽນແປງສະພາບການໂດຍການນຳໃຊ້ອາວຸດ ຫຼື ການກະທຳບັງຄັບຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ.
 (ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top