• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ອາດຈະຂຶ້ນພາສີສຳລັບສິນຄ້າຂອງຈີນຕື່ມອີກ

      ວັນທີ 26 ພະຈິກ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຈະສືບຕໍ່ຈັດວາງອັດຕາພາສີຈາກລະດັບ 10% ໃນປະຈຸບັນຂຶ້ນເປັນລະດັບ 25%.

ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບປະກອບ: Shutterstock)
      ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມ Wall Street Journal, ທ່ານປະທານາທິບໍດີ D.Trump ຢືນຢັນວ່າ “ຍາກ” ທີ່ທ່ານຈະຍອມຮັບຄວາມຮຽກຮ້ອງຂອງຈີນ ໃນເລື່ອງໂຈະການຈັດວາງອັດຕາພາສີສຳລັບສິນຄ້າຂອງຈີນ ເຊິ່ງຄາດວ່າຈະເລີ່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2019. ທ່ານກ່າວເຕືອນວ່າ, ຖ້າຫາກບັນດາການເຈລະຈາໃນການພົບປະຄັ້ງຈະມາເຖິງລະຫວ່າງທ່ານເອງ ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ ຢູ່ນອກກອງປະຊຸມກຸ່ມບັນດາພື້ນຖານເສດຖະກິດພວມພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ບໍ່ໄດ້ຮັບຜົນສຳເລັດ, ທ່ານຈະຈັດວາງອັດຕາພາລີ 10% ຫຼື 25% ໃສ່ບ້ວງສິນຄ້າທີ່ມີມູນຄ່າ 267 ຕື້ USD ທີ່ຍັງເຫຼືອຂອງຈີນ. ຕາມນັ້ນແລ້ວ, ບັນດາລະດັບພາສີໃໝ່ຈະໄດ້ຈັດວາງຕໍ່ບັນດາສິນຄ້າຄື: ຄອມພິວເຕີ notebook, ໂທລະສັບມືຖື iPhone ຂອງບໍລິສັດ Apple ທີ່ນຳເຂົ້າຈາກຈີນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."

Top