• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຄິດໄລ່ຊັ່ງຊາເຖິງການນຳໃຊ້ອາວຸດນິວເຄຼຍຢ່າງມີໄຫວພິບ

      ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະພິຈາລະນາການພັດທະນາອາວຸດນິວເຄຼຍໃໝ່ທີ່ມີຂອບຂະໜາດນ້ອຍ
ບັນດາແຫຼ່ງຂ່າວຈາກສະພາແຫ່ງຊາດ ແລະ ການທູດໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະປະຕິບັດນະໂຍບາຍອະນຸຍາດໃຫ້ນຳໃຊ້ອາວຸດນິວເຄຼຍຢ່າງມີໄຫວພິບ, ໂດຍອີງໃສ່ “ການຕີລາຄາສະພາບການນິວເຄຼຍ” ເຊິ່ງຄາດວ່າຈະໄດ້ຮັບການປະກາດໃນເດືອນກຸມພາ ຈະມາເຖິງ. ຮ່າງບົດຕີລາຄາໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະພິຈາລະນາການພັດທະນາອາວຸດນິວເຄຼຍໃໝ່ທີ່ມີຂອບຂະໜາດນ້ອຍ, ເສຍພະລັງງານຕ່ຳເພື່ອແນໃສ່ຮັບປະກັນທ່າໄດ້ປຽບດ້ານການທະຫານຕໍ່ບັນດາປະເທດມະຫາອຳນາດທີ່ເປັນປໍລະປັກ. ອຳນາດການປົກຄອງພັກສາທາລະນະຈະບໍ່ຈຳກັດບົດບາດຂອງອາວຸດນິວເຄຼຍ ໃນການສະກັດກັ້ນ ແລະ ໂຕ້ຕອບຕໍ່ການບຸກໂຈມຕີດ້ານນິວເຄຼຍ.
        ການປ່ຽນແປງນີ້ເປັນຂີດໝາຍແຫ່ງບາດກ້າວແຍກຕົວອອກນະໂຍບາຍນິວເຄຼຍເຊິ່ງສະໄໝອະດິດປະທານາທິບໍດີ Barack Obama, ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດນະໂຍບາຍໂລກປອດອາວຸດນິວເຄຼຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top