• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາໃຫ້ຄຳໝັ້ນສັນຍາຊຸກຍູ້ການປະຕິຮູບແລະຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດກາງແລະນ້ອຍຂອງຫວຽດນາມ

ດ້ວຍຈຳນວນເງິນອຸປະຖຳເກືອບ 22 ລ້ານ USD ໃນຮອບເວລາ 5 ປີ, ໂຄງການໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເຊື່ອມຕົວເຂົ້າລະບົບສະໜອງທົ່ວໂລກຢ່າງໄວກວ່າ.


 ເລີ່ມເຄື່ອນໄຫວໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ. 
(ພາບ: TTXVN)


ຕອນເຊົ້າວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ອົງການພັດທະພັດທະນາສາກົນອາເມລິກາ (US AID) ພ້ອມກັບຫ້ອງວ່າການລັດຖະບານ ແລະ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ເລີ່ມເຄື່ອນໄຫວໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ໂດຍ US AID ອຸປະຖຳ. ດ້ວຍຈຳນວນເງິນອຸປະຖຳເກືອບ 22 ລ້ານ USD ໃນຮອບເວລາ 5 ປີ, ໂຄງການໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເຊື່ອມຕົວເຂົ້າລະບົບສະໜອງທົ່ວໂລກຢ່າງໄວກວ່າ, ໝັ້ນຄົງກວ່າ, ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດຂອງປະເທດ. ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ພວມກວມເອົາ 98% ຍອດຈຳນວນວິສາຫະກິດ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມໄດ້ 63% ແລະ ປະກອບ 45% ເຂົ້າ GDP.

        ທ່ານ Daniel Kritenbrink, ເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ, ຜູ້ຕາງໜ້າອົງການພັດທະນາສາກົນອາເມລິກາ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ອົງການນີ້ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຄົ້ນຄວ້າ, ເປີດກວ້າງເປົ້າໝາຍໄດ້ຮັບຜົນປະໂຫຍດ. ອາເມລິກາ ໃຫ້ຄຳໝັ້ນສັນຍາຮ່ວມມືກັບຫວຽດນາມ ເພື່ອຊ່ວຍໃຫ້ວິສາຫະກິດຫວຽດນາມ ປັບຕົວໃຫ້ແທດເໝາະກັບພື້ນຖານເສດຖະກິດທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top