• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ+3ເຫັນດີຊຸກຍູ້ການຮ່ວມມືດ້ານການເງິນ ແລະ ການຄ້າ

      ວົງການການນຳຂະແໜງການເງິນບັນດາສະມາຊິກອາຊຽນ + 3 ໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າພາກພື້ຶ້ນ ແລະ ສະໜັບສະໜູນບັນດາລະບົບລົງທຶນ ແລະ ແລກປ່ຽນການຄ້າຫຼາຍຝ່າຍ.       
      05/05, ທີ່ກອງປະຊຸມບັນດາຜູ້ວ່າການທະນາຄານສູນກາງ ແລະ ລັດຖະມົນຕີກະຊວງການເງິນອາຊຽນ +3 ຄັ້ງທີ 20 ເຊິ່ງຖືກດຳເນີນຢູ່ນະຄອນ Yokohama, ປະເທດຍີ່ປຸ່ນ, ວົງການການນຳຂະແໜງການເງິນບັນດາສະມາຊິກອາຊຽນ ພ້ອມກັບ 3 ປະເທດຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າພາກພື້ຶ້ນ ແລະ ສະໜັບສະໜູນບັນດາລະບົບລົງທຶນ ແລະ ແລກປ່ຽນການຄ້າຫຼາຍຝ່າຍ. 
 
ອາຊຽນ+3ເຫັນດີຊຸກຍູ້ການຮ່ວມມືດ້ານການເງິນ ແລະ ການຄ້າ
(ພາບ: TTXVN)
      ໃນຖະແຫຼງການພາຍຫຼັງກອງປະຊຸມ, ການນຳດ້ານການເງິນບັນດາປະເທດໄດ້ເຫັນດີຊຸກຍູ້ການເຕີບໂຕດ້ານເສດຖະກິດຢ່າງສະໝ່ຳສະເໝີ, ດຸ່ນດ່ຽງ ແລະ ຍືນຍົງ ຜ່ານການຜັນຂະຫຍາຍບັນດາເຄື່ອງມືນະໂຍບາຍທີ່ຈຳເປັນ ລວມທັງນະໂຍບາຍເງິນຕາ, ນະໂຍບາຍງົບປະມານ ຫຼື ປະຕິຮູບໂຄງປະກອບ, ຕາມທິດທັງຜັນຂະຫຍາຍສະເພາະຕ່າງຫາກ ຫຼື ສົມທົບກັນ. ບັນດາເຈົ້າໜ້າທີ່ກໍ່ຢືນຢັນຄືນໃໝ່ການໜູນຊ່ວຍສຳລັບບັນດາລະບົບລົງທຶນ ແລະ ການຄ້າຫຼາຍຝ່າຍ “ເປີດປະຕູ” ແລະ ອີງໃສ່ຫຼັກການດ້ານກົດໝາຍ, ພ້ອມທັງເຫັນດີເພີ່ມທະວີການຕິດຕາມກະແສທຶນ ແລະ ເອົາໃຈໃສ່ແກ້ໄຂບັນດາໄພນາບຂູ່ທີ່ຊ້ອນແຝງໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top